ໄອເດຍເລືອກຊື້ຂອງຂັວນໃຫ້ຜູ້ໃຫຍ່ໃນວັນປີໃໝ່ລາວ

ເຂົ້າສູ່ເທສະການແຫ່ງການສະເຫຼີມສະຫຼອງປະຈຳປີໃນຊ່ວງປີໃໝ່ລາວ ຫຼາຍຄົນກໍ່ມັກຈະກຽມຊື້ຂອງຂັວນວັນປີໃໝ່ເພື່ອນຳໄປຝາກຜູ້ໃຫຍ່ໃນບ້ານ ຫຼື ຜູ້ໃຫຍ່ທີ່ເຄົາລົບ ການເລືອກຊື້ຂອງຂັວປີໃໝ່ໃຫ້ຜູ້ໃຫຍ່ນັ້ນຈຳເປັນຕ້ອງໃຊ້ຄວາມລະອຽດ ແລະ ພິຖີພິຖັນໃນການເລືອກເພື່ອໃຫ້ຜູ້ຮັບປະທັບໃຈ ເປັນຂອງຂັວນທີ່ເໝາະສົມ ແລະ ຖືກກາລະເທສະດ້ວຍ ມື້ນີ້ Kokkok PAY ມີໄອເດຍເລືອກຂອງຂັວນໃຫ້ຜູ້ໃຫຍ່ໃນວັນປີໃໝ່ມາຝາກກັນ

1. ກະຕ່າຂອງຂັວນເພື່ອສຸຂະພາບ
ອັນດັບທຳອິດຂອງຂັວນປີໃໝ່ທີ່ເຮົາມັກຈະເລືອກໃຫ້ກັບຜູ້ໃຫຍ່ທີ່ເຄົາລົບກໍ່ຄື ເຄື່ອງດື່ມ ແລະ ອາຫານເພື່ອສຸຂະພາບ ເພາະເປັນສິ່ງສຳຄັນທີ່ສຸດທີ່ຜູ້ໃຫຍ່ທຸກຄົນຕ້ອງໄດ້ເອົາໃຈໃສ່ ເປັນຂອງຂັວນອວຍພອນທີ່ສະແດງເຖິງຄວາມຮັກ ຄວາມຫ່ວງໃຍທີ່ເຮົາມີໃຫ້ໂດຍບໍ່ໄດ້ຫວັງຫຍັງຕອບແທນ ແລະ ຍັງເປັຍການສະແດງເຖິງຄວາມໃສ່ໃຈ ແລະ ຫ່ວງໃຍໃນສຸຂະພາບຂອງຜູ້ໃຫຍ່ທີ່ເຄົາລົບນັບຖືອີກດ້ວຍ
.
2. ອຸປະກອນການແພດເພື່ອສຸຂະພາບ
ຜູ້ໃຫຍ່ທີ່ມີອາຍຸຫຼາຍ ການລະວັງກວດຫາສິ່ງຜິດປົກກະຕິຂອງຮ່າງກາຍມາເປັນເລື່ອງສຳຄັນຢ່າງຫຼີກລ່ຽງບໍ່ໄດ້ ຫຼື ອຸບັດຕິເຫດສາມາດເກີດຂຶ້ນໄດ້ທຸກເມື່ອ ອຸປະກອນເພື່ອສຸຂະພາບອາດເປັນສິ່ງສຳຄັນໃນຍາມນັ້ນຢ່າງເຊັ່ນ: ບາລອດວັດໄຂ້ແບບຕິຈິຕ໋ອນ, ເຄື່ອງວັດຄວາມດັນໂລຫິດແບບອັດຕະໂນມັດ, ອຸປະກອນກວດລະດັບນ້ຳຕານໃນເລືອດ ຫຼື Glucose Meter ແລະ ເຄື່ອງວັດລະດັບອອກຊີເຈນໃນເລືອດ
.
3. ເລືອກຊື້ຊຸດເຄື່ອງຫອມ
ເພີ່ມຄວາມສະບາຍຜ່ອນຄາຍໃຫ້ຜູ້ສູງອາຍຸໃນເຮືອນດ້ວຍຊຸດເຄື່ອງຫອມ ຫຼື ພະລິດຕະພັນທີ່ຊ່ວຍເພີ່ມຄວາມຫອມ ແລະ ມີຕົວເລືອກຫຼາກຫຼາຍ ທັງທຽນຫອມ, ກ້ານໄມ້ຫອມ, ເຄື່ອງພົ່ນອາຍນ້ຳ ທີ່ສາມາດປ່ຽນບັນຍາກາດໃນເຮືອນໃຫ້ມີຄວາມຫອມ ສົດຊື່ນ ແລະ ຜ່ອນຄາຍຫຼາຍຂຶ້ນ
.
4. ຕົ້ນໄມ້ມຸງຄຸນ
ລອງສັງເກດວ່າຫາກຄອບຄົວໃດມັກຮັກໃນຕົ້ນໄມ້ ຮັກໃນການເຮັດສວນ ມັກນັ່ງເບິ່ງພື້ນທີ່ສີຂຽວໃນໜ້າບ້ານ ແນະນຳໃຫ້ເລືອກຊື້ຕົ້ນໄມ້ມຸງຄຸນໃຫ້ເປັນຂອງຂັວນປີໃໝ່ເພີ່ມສີສັນ ແລະ ຄວາມສົດຊື່ນ ເພາະນອກຈາກຈະຊ່ວຍເພີ່ມອອກຊີເຈນ ແລະ ສ້າງອາກາດບໍລິສຸໄດ້ແລ້ວ ຍັງຊ່ວຍເສີມໂຊກລາບໄດ້ອີກ
.
ການໃຫ້ຂອງຂັວນປີໃໝ່ໃຫ້ກັບຜູ້ໃຫຍ່ ຄວນເລືອກຂອງຂັວນໃຫ້ເຂົ້າກັບບຸກຄະລິກ ແລະ lifestyle ຂອງຜູ້ຮັບ ຖືກກາລະເທສະ ສາມາດໃຊ້ງານໄດ້ແທ້ ແລະ ຄວນເປັນຂອງຂັວນທີ່ດີຕໍ່ສຸຂະພາບດ້ວຍ ຫາກໃຜທີ່ບໍ່ຮູ້ວ່າຈະໄປຊື້ຂອງຂັວນຢູ່ໃສ ແວະໄປເບິ່ງທີ່ Kok kok M MART ໄດ້ເລີຍ ແລ້ວຢ່າລືມໃຊ້ Kokkok PAY ສະແກນຈ່າຍເພື່ອສະສົມແຕ້ມໄດ້ອີກດ້ວຍ

——————————–
#KokkokPAY #ປີໃໝ່ລາວ #ຊື້ຂອງຂັວນໃຫ້ຜູ້ໃຫຍ່
ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ