ການຮັກສາຄວາມປອດໄພ

Kokkok PAY Mobile Application ໄດ້ຜ່ານການທົດສອບ Pentest ຫຼື ເອີ້ນວ່າເປັນວິທີການປະເມີນຄວາມສ່ຽງ

ດ້ວຍການທົດສອບເຈາະລະບົບເພື່ອຄົ້ນຫາຈຸດອ່ອນໃນການເຂົ້າເຖິງລະບົບຕ່າງໆໂດຍໃຊ້ຜູ້ຊ່ຽວຊານຕາມມາດຕະຖານສາກົນ ການຊຳລະເງິນຈະໄດ້ຮັບການເຂົ້າລະຫັດແບບດິຈິຕ້ອນ ແລະ ໄດ້ຮັບການຍືນຢັນຕົວຕົນ ແລະ ອະນຸມັດຈຶ່ງຈະສຳເລັດສົມບູນ ນັ້ນໝາຍຄວາມວ່າການເຮັດທຸລະກຳຕ່າງໆ ຈະບໍ່ເກີດຂື້ນ ຖ້າທ່ານ ແລະ ຮ້ານຄ້າບໍ່ໄດ້ຍອມຮັບທຸລະກຳດັ່ງກ່າວ ເພື່ອຄວາມປອດໄພ ທາງ Kokkok PAY Mobile Application ລະບົບທຸລະກຳການເງິນ ໄດ້ຮັບການສະໜັບສະໜູນຈາກທະນາຄານອິນໂດຈີນ ທະນາຄານທີ່ໄດ້ຮອງຮັບ PCIDSS ແບບສາກົນ ທີ່ມີບໍລິການທາງການເງິນທີ່ກົງກັບຄວາມຕ້ອງການ ຂອງລູກຄ້າທຸກກຸ່ມຢ່າງຄົບວົງຈອນ