ມີງົບ 1.000.000 ກີບລົງທຶນເປີດຮ້ານອາຫານແບບໃດດີ?

ຫຼາຍໆຄົນທີ່ກຳລັງຄິດຢາກເຮັດທຸລະກິດເປັນຂອງຕົວເອງ ກຳລັງຈະອອກຈາກງານປະຈຳ ຕົກງານ ຫຼື ຢາກຫາຫຍັງຂາຍເພື່ອເພີ່ມລາຍໄດ້ ແຕ່ຍັງຄິດບໍ່ອອກວ່າຈະລົງທຶນເປີດຮ້ານຫຍັງດີ
ມື້ນີ້ Kokkok PAY ມີໄອເດຍເປີດຮ້ານໄດ້ດ້ວຍງົບ 1.000.000 ກີບ ມາຝາກກັນ

ມີງົບ 1.000.000 ກີບລົງທຶນເປີດຮ້ານອາຫານແບບໃດດີ?

1. ຮ້ານຂາຍຈືນລູກຊີ້ນ ຫຼື ປີ້ງລູກຊີ້ນ
ການລົງທຶນເປີດຮ້ານຂາຍຈືນລູກຊີ້ນ ຫຼື ປີ້ງລູກຊີ້ນ ອຸປະກອນກໍ່ອາດຈະເລີ່ມຈາກໝໍ້ທອດຢູ່ໃນເຮືອນ ຫຼື ເຕົາຖ່ານ ກຽມໂຕະ, ກຽມປ້າຍບອກລາຄາ ແລະ ຖົງພາສຕິກໃສ່ລູກຊີ້ນ ພ້ອມກັບຜັກສົດ ຖ້າທຳເລດີກໍ່ອາດໄດ້ລາຍຮັບເປັນງານປະຈຳໄດ້ເລີຍ ຢ່າງໃດກໍ່ດີ ຕ້ອງຄວບຄຸມຄຸນະພາບຂອງລູກຊີ້ນໃຫ້ດີ ຢ່າໃຫ້ລູກຊີ້ນເນົ່າເສຍ ຫຼື ບູດ ເພາະອາດຈະເຮັດໃຫ້ເຮົາຂາດທຶນ ແລະ ເສຍລູກຄ້າໄດ້
ທຳເລທອງ:​ໜ້າໂຮງຮຽນ/ຕະຫຼາດນັດ
2. ຮ້ານເຂົ້າໄຂ່ຈຽວ
ຮ້ານເຂົ້າໄຂ່ຈຽວລົງທຶນບໍ່ຍາກ ໂຕະ 1 ໜ່ວຍ, ເຕົາແກັດ, ຈານໂຟມ, ສ້ອມ ແລະ ບ່ວງພາສຕິກ ສ່ວນປະສົມຂອງໄຂ່ຈຽວມີຄື: ໝູສັບ, ປູອັດ, ໝູຍໍ, ຜັກ, ໄກ່ສັບ ແລະ ອື່ນໆ ເຊິ່ງເຮົາອາດບໍ່ຕ້ອງມີເຄື່ອງຄຽງຫຼາຍໃນຊ່ວງເປີດຮ້ານໃໝ່ໆ ແຕ່ຕ້ອງມີພະເອກຂອງທຸລະກິດນີ້ເຊັ່ນ: ໄຂ່ ແລະ ເຂົ້າ ຂາຍໃນລາຄາບໍ່ແພງຫຼາຍ ຖ້າຂາຍໄດ້ຈຳນວນຫຼາຍກໍ່ສາມາດມີກຳໄລໄດ້ບໍ່ຍາກ
ທຳເລທອງ: ໜ້າຫໍພັກ/ສຳນັກງານຫ້ອງການ/ຕະຫຼາດ
3. ຮ້ານຂາຍແຊນວິດ
ຖ້າມີເງິນ 1.000.000 ກີບ ເຮົາອາດເປີດຮ້ານຂາຍແຊນວິດງ່າຍໆໄດ້ ບໍ່ຕ້ອງມີວັດຖຸດິບຫຍຸ້ງຍາກ ເປັນແຊນວິດພື້ນຖານເຮັດງ່າຍ ຂາຍບໍ່ແພງ ໃນຍຸກນີ້ຄົນສ່ວນໃຫຍ່ເນັ້ນສິນຄ້າລາຄາຖືກ ກິນອີ່ມທ້ອງ ຖ້າມີທຳເລດີກໍ່ສາມາດຂາຍໄດ້ແນ່ນອນແລະ ເມື່ອມີທຶນຫຼາຍຂຶ້ນອາດພັດທະນາເມນູໃຫ້ໜ້າສົນໃຈຫຼາຍຂຶ້ນ ຫຼື ອາດເຮັດຂາຍຊ່ອງທາງອອນລາຍຮ່ວມດ້ວຍກໍ່ໄດ້ເຊັ່ນກັນ
ທຳເລທອງ:​ໜ້າໂຮງຮຽນ/ສຳນັກງານຫ້ອງການ
4. ຂາຍນ້ຳໝາກໄມ້
ເຄື່ອງດື່ມຂາຍງ່າຍ ລົງທຶນໜ້ອຍ ແລະ ໄດ້ກຳໄລດີ ລົງທຶນຊື້ໝາກໄມ້ສົດ, ຫົວເຊື້ອແຕ່ງກິ່ນ, ນ້ຳເຊື່ອມ, ນ້ຳຕານ, ເກືອ, ຈອກ,​ ທໍ່ດູດ, ນ້ຳກ້ອນ ແລະ ອື່ນໆ ເຊິ່ງທີ່ເວົ້າມານີ້ແມ່ນເມນູນ້ຳໝາກໄມ້ ຂາຍໄດ້ທຸກກຸ່ມທຸກເພດທຸກໄວ ຖດຍສະເພາະລະດູຮ້ອນຍິ່ງໄດ້ຂາຍດີເປັນ 2 ເທົ່າ ໂດຍມືໃໝ່ຫັດຂາຍບໍ່ຕ້ອງໃຊ້ຄວາມສາມາດຫຍັງຫຼາຍ ຂໍພຽງມີສູດທີ່ແນ່ນອນ, ລົດຊາດດີ, ກິນແລ້ວສົດຊື່ນ, ຢູ່ທຳເລຕະຫຼາດນັດທີ່ມີຄົນຫຼາຍ ແລະ ຫາກເຈົ້າເປັນເຈົ້າຂອງທຸລະກິດເຈົ້າທຳອິດ ຫຼື ເປັນເຈົ້າດຽວໃນຕະຫຼາດນັ້ນ ຖືວ່າເປັນໂອກາດທອງ
ທຳເລທອງ: ສຳນັກງານຫ້ອງການ/ຕະຫຼາດ

**ການລົງທຶນທຸກຢ່າງມີຄວາມສ່ຽງ ຢ່າລືມປະເມີນຄວາມສ່ຽງກ່ອນລົງທຶນ ເງິນລົງທຶນທີ່ມີພຽງແຕ່ 1.000.000 ກີບ ອາດຈະເບິ່ງບໍ່ຫຼາຍ ແຕ່ຖ້າຫາກເຈົ້າຮູ້ຈັກລົງທຶນທຸລະກິດຢ່າງຖືກຕ້ອງ ກໍ່ສາມາດປະສົບຜົນສຳເລັດຈາກທຸລະກິດນ້ອຍໆໄດ້ ຫຼື ອາດຈະເປັນທຸລະກິດໃຫຍ່ໃນອະນາຄົດໄດ້ເຊັ່ນກັນ
——————————-
#KokkokPAY #ມີງົບໜຶ່ງລ້ານກີບ #ມີງົບໜຶ່ງລ້ານກີບລົງທຶນຫຍັງດີ #ໄອເດຍລົງທຶນດ້ວຍງົບໜຶ່ງລ້ານກີບ
ສາມາດດາວໂຫຼດ ແອັບ Kokkok PAYໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ