ອາຍຸເທົ່າໃດ ຄວນຈະລົງທຶນແບບໃດ

ການລົງທຶນແຕ່ລະຊ່ວງອາຍຸມີຄວາມແຕກຕ່າງກັນໄປຕາມເປົ້າໝາຍການລົງທຶນ ແລະ ຄວາມສ່ຽງທີ່ສາມາດຍອມຮັບໄດ້ ລວມເຖິງປັດໄຈຕ່າງໆ ສຳລັບໃຜທີ່ກຳລັງຢູ່ໃນຊ່ວງຄິດທີ່ຈະວາງແຜນການລົງທຶນ ແຕ່ບໍ່ຮູ້ຈະລົງທຶນແບບໃດດີ ລອງມາລົງທຶນຕາມຊ່ວງອາຍຸກັນເລີຍ


ຊ່ວງໄວໜຸ່ມກຳລັງຮຽນ (ອາຍຸບໍ່ເກີນ 21 ປີ)
– ບໍ່ມີລາຍໄດ້ເປັນຂອງຕົວເອງ
– ລາຍໄດ້ສ່ວນໃຫຍ່ມາຈາກຄອບຄົວ
– ລາຍຈ່າຍສ່ວນໃຫຍ່ເປັນການໃຊ້ຈ່າຍສ່ວນຕົວ
ການລົງທຶນທີ່ເໝາະສົມ: 
– ນຳເງິນໄປຝາກບັນຊີອອມເງິນ
– ຝາກປະຈຳ
– ຊື້ປະກັນຊີວິດ ແລະ ປະກັນອຸບັດຕິເຫດ

ຊ່ວງໄວເລີ່ມຕົ້ນການເຮັດວຽກ (ອາຍຸບໍ່ເກີນ 21 ຫາ 30 ປີ)
– ເລີ່ມມີລາຍໄດ້ເປັນຂອງຕົວເອງ
– ມີຄວາມສາມາດໃນການຮັບຄວາມສ່ຽງໄດ້ສູງ
– ຄວາມຮັບຜິດຊອບຍັງບໍ່ຫຼາຍ
– ຫາກລົງທຶນຜິດພາດກໍ່ຍັງມີໂອກາດແກ້ຕົວ
ການລົງທຶນທີ່ເໝາະສົມ: 
– ການລົງທຶນກັບຫຸ້ນ
– ກອງທຶນລວມ ແລະ ກອງທຶນທາງເລືອກ
– ຄຣິບໂຕເຄີເຣນຊີ (Cryptocurrency)

ຊ່ວງໄວສ້າງຕົວ (ອາຍຸ 31-40 ປີ)
– ມີຄວາມກ້າວໜ້າ ແລະ ໝັ້ນຄົງໃນອາຊີບ
– ມີລາຍໄດ້ທີ່ສູງຂຶ້ນ
– ມີຄ່າໃຊ້ຈ່າຍຫຼາຍຂຶ້ນຕາມມາ
ການລົງທຶນທີ່ເໝາະສົມ: 
– ຫຸ້ນທີ່ມີປັດໄຈພີື້ນຖານດີ
– ກອງທຶນລວມ
– ທອງຄຳ

ຊ່ວງໄວກາງຄົນ (ອາຍຸ 41-55 ປີ)
– ໜ້າທີ່ການງານໝັ້ນຄົງ
– ພາລະ ແລະ ຄວາມຮັບຜິດຊອບນ້ອຍລົງ
– ຄວາມສາມາດໃນການຮັບຄວາມສ່ຽງຈຶ່ງໜ້ອຍ
– ເລີ່ມຄຳນຶງເຖິງແຜນທາງການເງິນຫຼັງໄວກະສຽນ
ການລົງທຶນທີ່ເໝາະສົມ: 
– ພັນທະບັດລັດຖະບານ
– ຫຸ້ນກູ້

ຊ່ວງໄວກະສຽນ (ອາຍຸ 55 ປີຂຶ້ນໄປ)
– ໄວທີ່ບໍ່ມີລາຍໄດ້
– ໃຊ້ເງິນທ້ອນໃນຕອນເຮັດວຽກມາໃຊ້ຈ່າຍ ຫຼື ໃຊ້ເງິນບຳເນັດ-ບຳນານ ແລະ ກອງທຶນປະກັນສັງຄົມມາໃຊ້
– ເລີ່ມບໍ່ມີພາລະຄ່າໃຊ້ຈ່າຍຕ່າງໆ
– ຄ່າຮັກສາສຸຂະພາບກໍ່ເພີ່ມຂຶ້ນ
– ລົງທຶນໃນສິນຊັບທີ່ມີຄວາມໝັ້ນຄົງສູງ
ການລົງທຶນທີ່ເໝາະສົມ: 
– ພັນທະບັດລັດຖະບານ
– ຝາກເງິນກອງທຶນບ້ານ

ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store

https://apps.apple.com/th/app/kokkok-pay/id6444021257

Google Play store

https://play.google.com/store/apps/details

Facebook : https://www.facebook.com/kokkokpay

Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ