ເຈົ້າຂອງທຸລະກິດ vs ມະນຸດເງິນເດືອນ

ສະບາຍດີມະນຸດເຮັດວຽກທຸກຄົນ ບໍ່ວ່າຈະເປັນມະນຸດເງິນເດືອນກໍ່ດີ ຫຼື ເຈົ້າຂອງທຸລະກິດກໍ່ດີ ແຕ່ລະສາຍອາຊີບກໍ່ຈະເປັນອາຊີບທີ່ມີຄວາມແຕກຕ່າງກັນອອກໄປ ໃນດ້ານຕ່າງໆ ແຕ່ບາງຄົນກໍ່ຍັງເລືອກບໍ່ຖືກວ່າຈະເປັນມະນຸດເງິນເດືອນ ຫຼື ຈະເປັນເຈົ້າຂອງກິດຈະການສ່ວນຕົວດີ

ມື້ນີ້ Kokkok PAY ຈະພາທຸກຄົນມາເບິ່ງຄວາມແຕກຕ່າງຂອງມະນຸດເງິນເດືອນ ກັບ ເຈົ້າຂອງກິດຈະການ ຈະໄດ້ພິຈາລະນາໄດ້ວ່າ ເຮົາມັກແບບໃດຫຼາຍກວ່າກັນ ແລະ ແບບໃດເໝາະກັບເຮົາຫຼາຍກວ່າ ໄປເບິ່ງກັນເລີຍ…

ເຈົ້າຂອງທຸລະກິດ vs ມະນຸດເງິນເດືອນ

ມາເລີ່ມຕົ້ນກັນທີ່ມະນຸດເງິນເດືອນກັນກ່ອນ ມະນຸດເງິນເດືອນທາງເລືອກທຳອິດຂອງຫຼາຍໆຄົນ ຫຼື ເປັນນັກສຶກສາຈົບໃໝ່ ກໍ່ຫັນມາເປັນມະນຸດເງິນເດືອນກັນທັງນັ້ນ ມະນຸດເງິນເດືອນຈຶ່ງມີຄວາມໂດດເດັ່ນໃນຫຼາຍເລື່ອງດັ່ງນີ້:

  • ຮັບເງິນເດືອນຄົງທີ່ ມີລາຍໄດ້ຕໍ່ເດືອນທີ່ແນ່ນອນ
    ພໍຮອດທ້າຍເດືອນປຸ໊ບ ເງິນກໍ່ເຂົ້າປັບ ໃຜທີ່ມີພາລະຕ້ອງຈ່າຍຜ່ອນຄ່າເຮືອນ, ຄ່າລົດ ຫາຍຫ່ວງເລື່ອງຄ່າໃຊ້ຈ່າຍປະຈຳໄປໄດ້ເລີຍ ສະບາຍໃຈໄດ້ເລີຍວ່າພໍຮອດທ້າຍເດືອນ ເຮົາກໍ່ຈະມີເງິນໃຊ້ຄືເກົ່າ ຖ້າບໍ່ລາອອກຈາກວຽກໄປກ່ອນ
  • ມີແຜນງານທີ່ຊັດເຈນ ປະຕິບັດຕາມກອບຂອງບໍລິສັດ
    ຈະເບິ່ງໃຫ້ເປັນຂໍ້ດີກໍ່ໄດ້ ເພາະມີທິດທາງການເຮັດວຽກທີ່ຊັດເຈນ ແຕ່ຕ້ອງແລກມາດ້ວຍການເຮັດວຽກຢ່າງເຕັມທີ່ ເພື່ອໃຫ້ເປັນໄປຕາມເປົ້າໝາຍທີ່ບໍລິສັດວາງໄວ້
  • ຢູ່ໃນ comfort zone ລາອອກ ຫາບ່ອນໃໝ່ໄດ້ສະເໝີ
    ນັບວ່າເປັນຄວາມສະບາຍ ຄວາມເຄີຍຊິນເລີຍກໍ່ວ່າໄດ້ ສຳລັບໃຜທີ່ເຮັດວຽກປະຈຳເປັນໄລຍະເວລາດົນ ແຕ່ຖ້າຮູ້ສຶກເບື່ອຂຶ້ນມາມື້ໃດ ສາມາດຫາວຽກໃໝ່ໄດ້ທັນທີ ຫາບ່ອນທີ່ໄດ້ເງິນເດືອນຫຼາຍກວ່າ ຫຼື ດີກວ່າ ໂດຍບໍ່ຕ້ອງກັງວົນບໍລິສັດຈະເປັນແບບໃດ
  • ມີມື້ພັກທີ່ຊັດເຈນ ແລະ ແນ່ນອນ
    ມື້ພັກພິເສດຕ່າງໆປະຈຳປີ ຮັບຮອງວ່າເປະແນ່ນອນ ບໍ່ວ່າຈະເປັນວັນເສົາ ຫຼື ວັນອາທິດ ແມ້ແຕ່ວັນລາພັກຜ່ອນ ລາປ່ວຍ ລາກິດ ສາມາດລາພັກໄດ້ເລີຍ ຕາມນະໂຍບາຍຂອງບໍລິສັດ


ມາເບິ່ງທາງຝັ່ງຂອງເຈົ້າຂອງທຸລະກິດກັນແດ່ ສຳຫຼັບຫຼາຍໆຄົນທີ່ພໍຈະມີທຸນຊັບ ກໍ່ມັກຈະເປີດກິດຈະການເປັນຂອງຕົວເອງ ເຮົາມາເບິ່ງກັນວ່າເຈົ້າຂອງກິດຈະການຈະເປັນແບບໃດກັນ

  • ມີອິດສະຫຼະທາງຄວາມຄິດ ໄດ້ເຮັດສິ່ງທີ່ຕ້ອງການ
    ສຳລັບໃຜທີ່ມີຊີວິດ ຂັບເຄື່ອນດ້ວຍຄວາມຝັນ ວຽກທີ່ຮັກ ແລະ ຢາກເຮັດ ຈະຮູ້ສຶກເປັນສຸກເມື່ອໄດ້ເຮັດວຽກ ແລະ ຈະຢາກເຮັດວຽກຢ່າງເຕັມທີ່ ເພາະເປັນວຽກຂອງຕົວເອງ ແຕ່ກໍ່ຕ້ອງສາມາດຈັດສັນຕາຕະລາງເວລາໄດ້ເອງ ຕ້ອງເຂັ້ມງວດກັບຕົວເອງນຳ ບໍ່ດັ່ງນັ້ນແລ້ວກິດຈະການອາດຈະໄປບໍ່ລອດກໍ່ເປັນໄດ້
  • ແບກຮັບຄວາມສ່ຽງຂາດທຶນ ມີລາຍຈ່າຍຕະຫຼອດເວລາ
    ເລື່ອງຜົນປະກອບການ “ກຳໄລ” ເປັນສິ່ງທີ່ເຈົ້າຂອງທຸລະກິດຄາດຫວັງໄວ້ຢູ່ແລ້ວ ເພາະສະນັ້ນຕ້ອງແບກຮັບຄວາມສ່ຽງບ່ອນນີ້ຢ່າງແນ່ນອນ ອີກທັງການເລີ່ມຕົ້ນທຸລະກິດ ຕ້ອງມີເງິນທຶນໝຸນວຽນພໍສົມຄວນ ແຕກຕ່າງກັນໄປຕາມຂະໜາດຂອງທຸລະກິດນັ້ນເອງ
  • ຕ້ອງມີຕົ້ນທຶນ ເພື່ອເພີ່ມກິດຈະການ
    ການເລີ່ມຕົ້ນທຸລະກິດ ຫຼື ກິດຈະການສ່ວນຕົວ ເງິນທຶນເປັນສິ່ງສຳຄັນ ຖ້າບໍ່ມີເງິນທຶນອາດຈະເລີ່ມທຸລະກິດລຳບາກພໍສົມຄວນ ຫຼື ອາດຈະເລີ່ມທຸລະກິດໄປບໍ່ໄດ້ເລີຍ
  • ມີມື້ພັກ ຫຼື ລາພັກຮ້ອນ ເປັນອິດສະຫຼະບໍ່ຈຳກັດ
    ອາດສ້າງຄວາມສະບາຍໃຈ ບ່ອນທີ່ຢາກຢຸດເມື່ອໃດກໍ່ໄດ້ ແຕ່ກໍ່ຢ່າລືມວາງແຜນມື້ພັກໃຫ້ດີ ເພາະບາງກິດຈະການພັກວຽກໄປກໍ່ເທົ່າກັນຂາດລາຍໄດ້ນັ້ນເອງ ການວາງແຜນມື້ພັກຂອງເຈົ້າຂອງກິດຈະການຈຶ່ງເປັນອີກສິ່ງໜຶ່ງທີ່ສຳຄັນ ນອກຈາກເຖິງວັນທີ່ວຽກຢູ່ຕົວ ຫຼື ລົງຕົວແລ້ວ ອາດຈະຫາຜູ້ອື່ນມາເຮັດແທນແລ້ວ ເຮົາຄຸມງານຢູ່ເບື້ອງຫຼັງ ແບບນີ້ອາດຈະຊ່ວຍເຮັດໃຫ້ສາມາດຢຸດພັກຜ່ອນໄດ້ຢ່າງສະບາຍໃຈ

ພໍອ່ານມາຮອດບ່ອນນີ້ແລ້ວຄິດໄດ້ຫຼືຍັງວ່າ ຕົວເອງເໝາະສົມທີ່ຈະເປັນມະນຸດເງິນເດືອນ ຫຼື ເປີດກິດຈະການເຮັດທຸລະກິດສ່ວນຕົວດີ ບໍ່ວ່າຈະເປັນທາງເລືອກໃດ Kokkok PAY ຂໍເປັນອີກໜຶ່ງກຳລັງໃຈໃຫ້ຫາອາຊີບທີ່ເໝາະສົມກັບຕົວເອງໄດ້ຢ່າງເໝາະສົມ ເຊິ່ງແຕ່ລະທາງເລືອກກໍ່ມີຂໍ້ດີທີ່ຕ່າງກັນ ຢາກໃຫ້ແຕ່ລະຄົນລອງພິຈາລະນາຕົວເອງກັນເບິ່ງເດີ…

ອ້າງອີງຈາກ : : springnews

#KokkokPAY #ມະນຸດເງິນເດືອນ #ທຸລະກິດ #ການເງິນ #ລາຍໄດ້

ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ