ເຈົ້າເໝາະສົມກັບການລົງທຶນແບບໃດ?

ຖ້າທ່ານຍັງບໍ່ຮູ້ຈັກຕົວຕົນວ່າມີການລົງທຶນຈັກປະເພດ ແລະ ທ່ານເອງເປັນນັກລົງທຶນແບບໃດ ລອງຫັນມາຖາມຕົນເອງ ແລ້ວມາວັດກັນຈາກຂໍ້ມູນທີ່ເຮົາກຽມມາໃຫ້ຈະກົງກັບທ່ານຫຼືບໍ່ ມາເບິ່ງກັນເລີຍ

  1. ເປັນຄົນຢ້ານຄວາມສ່ຽງ:

ຖ້າເປັນຄົນຮັບຄວາມສ່ຽງບໍ່ໄດ້ຄື ຢ້ານສິ່ງທີ່ຍັງບໍ່ເກີດຂຶ້ນ, ບໍ່ກ້າຕັດສິນໃຈ ຫຼື ຕັດສິນໃຈໄປແລ້ວແຕ່ເຮັດໃຫ້ນອນບໍ່ຫຼັບ ແລະ ຄິດຫຼາຍ ຢ້ານເງິນທີ່ລົງທຶນໄປຈະບໍ່ໄດ້ກັບຄືນມາ ແຕ່ກໍ່ຍັງຢາກໄດ້ຜົນຕອບແທນທີ່ສູງ ນັກລົງທຶນປະເພດນີ້ ຕ້ອງເລືອກລົງທຶນທີ່ມີຄວາມສ່ຽງຕ່ຳເຊັ່ນ: ການຊື້ພັນທະບັດລັດທະບານ, ຝາກເງິນໃນທະນາຄານ, ຊື້ກອງທຶນທີ່ມີນະໂຍບາຍຄວາມສ່ຽງຕໍ່າ ແລະ ການລົງທຶນຫຸ້ນປັນຜົນພື້ນຖານດີ

2. ເປັນຄົນທີ່ກ້າສ່ຽງ:

ຖ້າເປັນຄົນທີ່ຮັບຄວາມສ່ຽງໄດ້ຄື ຄົນປະເພດນີ້ເປັນຄົນທີ່ບໍ່ຢ້ານການຕັດສິນໃຈ ຫາກມີຄວາມຮູ້, ເຊື່ອໃນການຕັດສິນໃຈຂອງຕົວເອງ, ບໍ່ຢ້ານ ແລະ ມ່ວນໄປກັບການລົງທຶນ ເມື່ອຕັດສິນໃຈລົງທຶນແລ້ວ ບໍ່ຢ້ານເງິນລົງທຶນຈະສູນຫາຍ ຍິ່ງຖ້າຫຸ້ນຕົກຈະຖືວິກິດໃຫ້ເປັນໂອກາດຈາກການເຮັດກຳໄລ ຫຼື ເວລາຫຸ້ນຂຶ້ນ ຖ້າໝັ່ນໃຈພ້ອມລຸຍເພາະເຊື່ອວ່າຊື້ຫຸ້ນແພງມື້ນີ້ ມື້ອື່ນກໍ່ຈະແພງກວ່າ ຄົນກຸ່ມນີ້ຈະເໝາະກັບການລົງທຶນຫຸ້ນທຸກປະເພດ

ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່

The Kokkok PAY app is now available for download at

App store : https://apps.apple.com/th/app/kokkok-pay/id6444021257

Google Play store :https://play.google.com/store/apps/details

Facebook : https://www.facebook.com/kokkokpay

Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ