ແຜນການຈັດການໜີ້ສິນໃຫ້ໝົດໄວ

ຢາກຫຼຸດພົ້ນຈາກການເປັນໜີ້ຕ້ອງເລີ່ມຕົ້ນແບບໃດ?

ຢາກຈັດການໜີ້ສິນແຕ່ລະເດືອນໃຫ້ຫຼຸດລົງ ມີວິທີການໃດແດ່?

ຫາກມື້ນີ້ເຮົາກຳລັງຖືກພາລະໜີ້ສິນລຸມເລົ້າ ເຮັດໃຫ້ສະພາບທາງການເງິນຕິດຂັດ ນັ້ນເປັນສັນຍານເຕືອນວ່າ ສະພາບທາງການເງິນຂອງເຮົາຢູ່ໃນພາວະທີ່ບໍ່ຄ່ອຍດີ ດັ່ງນັ້ນການວາງແຜນການຈັດການໜີ້ສິນຈຶ່ງຕ້ອງເລີ່ມຂຶ້ນ ຫາກຫຼາຍໆຄົນກຳລັງຄິດຫາວິທີການຈັດການໜີ້ສິນຢູ່ Kokkok PAY ຈະມາແນະນຳແຜນການຈັດການ ມາຝາກກັນ

ແຜນການຈັດການໜີ້ສິນໃຫ້ໝົດໄວ

1. ຈົດລາຍການໜີ້ທີ່ມີຢູ່

ກ່ອນທີ່ຈະຄິດແຜນໃນການປົດໜີ້ ວ່າເຮົາສາມາດປົດໜີ້ໄດ້ແບບໃດ ກໍ່ຕ້ອງເຫັນຈຳນວນໜີ້ທັງໝົດ ແລະ ລາຍລະອຽດຕ່າງໆຂອງໜີ້ ທີ່ສຳຄັນຕ້ອງຮວບຮວມລາຍການໜີ້ທັງໝົດເອົາໄວ້ເພື່ອໃຫ້ເຫັນພາບລວມ ຂຽນຈຳນວນໜີ້ທັງໝົດ ທັງໜີ້ໃນລະບົບ ແລະ ໜີ້ນອກລະບົບ ວ່າມີໜີ້ໃດແດ່

2. ຈັດລຳດັບໜີ້ທີ່ມີ

ເມື່ອເຫັນພາບລວມຂອງໜີ້ທັງໝົດແລ້ວ ຖັດໄປຕ້ອງຈັດລຳດັບໜີ້ທີ່ຕ້ອງຊຳລະ ໂດຍຊຳລະໜີ້ທີ່ມີຍອດຄົງເຫຼືອໜ້ອຍທີ່ສຸດ ເຊິ່ງຈະເຮັດໃຫ້ມີເງິນເຫຼືອເພື່ອນຳໄປຊຳລະໜີ້ກ້ອນອື່ນໄດ້ ອີກວິທີໜຶ່ງຄື: ການຊຳລະໜີ້ທີ່ຈ່າຍດອກເບ້ຍສູງທີ່ສຸດ ເຊິ່ງເປັນການຊ່ວຍປະຢັດເງິນຄ່າດອກເບ້ຍທີ່ຕ້ອງຈ່າຍ ຢ່າງໃດກໍ່ຕາມ ການທີ່ຈະເລືອກວິທີໃດ ກໍ່ຕ້ອງເລືອກໃຫ້ເໝາະສົມກັບຕົວເອງ

3. ເລີ່ມຫາເງິນເພື່ອຊຳລະໜີ້

ມາຮອດນີ້ກໍ່ຕ້ອງສຳຫຼວດວ່າເງິນເຫຼືອເທົ່າໃດໃນແຕ່ລະເດືອນເພື່ອນຳໄປຊຳລະໜີ້ ຖ້າເງິນເຫຼືອບໍ່ພຽງພໍກໍ່ຕ້ອງຫາທາງແກ້ໄຂໂດຍການ ຫຼຸດຄ່າໃຊ້ຈ່າຍ ເພີ່ມລາຍໄດ້ ຫຼື ການຂາຍຊັບສິນທີ່ບໍ່ໄດ້ໃຊ້ ຈາກນັ້ນກໍ່ນຳໄປຊຳລະໜີ້ຕາມແຜນທີ່ວາງເອົາໄວ້

4. ເນັ້ນຊຳລະໜີ້ລຳດັບທຳອິດ

ຫາກມີໜີ້ທີ່ຕ້ອງຊຳລະຫຼາຍໆລາຍການ ຄວນປົດໜີ້ລຳດັບທຳອິດທີ່ໄດ້ຈັດລຽງລຳດັບໄວ້ໃຫ້ໝົດໄວທີ່ສຸດ ສ່ວນໜີ້ກ້ອນອື່ນໆ​ໃຫ້ຊຳລະຂັ້ນຕ່ຳ ໂດຍວິທີການດັ່ງກ່າວໃຫ້ເປັນການເນັ້ນໄປທີ່ໜີ້ທີລະລາຍການ ເຊິ່ງຈະສາມາດຊຳລະໜີ້ໄດ້ໄວຂຶ້ນ ແລະ ເມື່ອປົດໜີ້ລຳດັບທຳອິດສຳເລັດແລ້ວ ກໍ່ຈັດປົດໜີ້ຕາມລຳດັບຖັດມາ ແລະ ເຮັດແບບນີ້ໄປເລື້ອຍໆ ຈົນກວ່າໜີ້ຈະໝົດ

5. ຫັນມາເກັບອອມ

ເມື່ອຊຳລະໜີ້ທັງໝົດແລ້ວ ກໍ່ຄວນເນັ້ນໄປທີ່ການເກັບອອມ ເມື່ອມີລາຍຮັບເຂົ້າມາກໍ່ຕ້ອງຫັກເງິນແຍກໃນບັນຊີອອມຢ່າງເປັນລະບົບ ເຊິ່ງຈະຊ່ວຍປ້ອງກັນບໍ່ໃຫ້ກັບໄປເປັນໜີ້ອີກໃນອະນາຄົດ ແລະ ທຸກຄັ້ງຄວນຄິດໃຫ້ຮອບຄອບວ່າໜີ້ທີ່ກຳລັງຈະສ້າງນັ້ນເປັນໜີ້ດີ ຫຼື ບໍ່ດີ ລວມກັບໜີ້ເກົ່າແລ້ວຊຳລະໄຫວບໍ່ ເພື່ອໃຫ້ສາມາດຈັດການການເງິນຂອງຕົວເອງໄດ້ຢ່າງມີປະສິດທິພາບນັ້ນເອງ

ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store

https://apps.apple.com/th/app/kokkok-pay/id6444021257

Google Play store

https://play.google.com/store/apps/details

Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ