QR code ປອມ ສະແກນປຸ໊ບ ອັນຕະລາຍປັບ!!

QR code ຄືຊ່ອງທາງລັດໃຫ້ເຮົາສາມາດເຮັດທຸລະກິດອອນລາຍໄດ້ງ່າຍ ສະດວກ ແລະ ໄວຫຼາຍຂຶ້ນ ໂດຍຮູບແບບມັນກໍ່ຈະເປັນຮູບ ສີ່ຫຼ່ຽມ ແບບນີ້ ການເຮັດວຽກຂອງມັນຄື ເຮົາພຽງແຕ່ເປີດກ້ອງແລ້ວສ່ອງໄປທີ່ຮູບພາບ ມັນກໍ່ຈະປາກົດສິ່ງທີ່ຝັງຢູ່ໃນຮູບນັ້ນເຊັ່ນ: Link ຕາມເວບໄຊຣ໌ຕ່າງໆ ລວມໄປເຖິງການຈ່າຍເງິນຢ່າງພວກ Mobile Banking ພໍມີການໃຊ້ງານ QR code ຫຼາຍຂຶ້ນ ເຫຼົ່າມິດສາຊີບກໍ່ເຫັນຊ່ອງວ່າງ ແລະ ອາໄສຊ່ອງທາງນີ້ເພື່ອເຮັດສິ່ງຜິດກົດໝາຍ

ມື້ນີ້ Kokkok PAY ຈະມາບອກກົນໂກງຂອງເຫຼົ່າມິດສາຊີບທີ່ຈະໃຊ້ການຫຼອກລວງມາບອກກັນ ຈະມີວິທີໃດແດ່ ທີ່ມິດສາຊີບໃຊ້ ມາເບິ່ງກັນເລີຍ…

  • ສະແກນແລ້ວຖືກຕົວະໃຫ້ໂອນເງິນ
    ເມື່ອເຮົາສະແກນ QR code ປັບ ແລະ ບໍ່ໄດ້ກວດສອບ ພໍກົດໂອເຄປຸ໊ບ ເງິນກໍ່ຫາຍໄປທັນທີ ວິທີນີ້ຫາກເຮົາບໍ່ກວດສອບກ່ອນວ່າເມື່ອສະແກນໄປແລ້ວເຫັນປຸ່ມໃຫ້ກົດຍອມຮັບກໍ່ກົດທັນທີໂດຍບໍ່ຮູ້ຕົວ ມາເບິ່ງອີກຄັ້ງຍອດເງິນກໍ່ຫາຍໄປແລ້ວ
  • ສະແກນຕົວະເຂົ້າລິ້ງ
    ສະແກນປຸ໊ບເຂົ້າເຫັນລິ້ງ ເມື່ອເຂົ້າລິ້ງປັບກໍ່ເຂົ້າໄປໃນເວບໃດບໍ່ຮູ້ ຂໍ້ມູນຖືກແຮກທັນທີ ນອກຈາກຈະເຮັດທຸລະກຳທາງການເງິນຕໍ່ບໍ່ໄດ້ແລ້ວ ຂໍ້ມູນຂອງເຮົາກໍ່ອາດຈະຖືກເຫຼົ່າມິດສາຊີບນຳໄປໃຊ້ໃນທາງທີ່ບໍ່ດີຕໍ່ໄປໄດ້ອີກດ້ວຍ
  • ສະແກນຕົວະໃຫ້ດາວໂຫຼດ
    ມິດສາຊີບຈະຕົວະໃຫ້ສະແກນ QR code ໃຫ້ດາວໂຫຼດແອັບພລິເຄຊັນ ຫຼື ໂຫຼດໂປຣແກຣມໄວ້ໃນເຄື່ອງ ແຕ່ຫາຮູ້ບໍ່ວ່າ ເມື່ອດາວໂຫຼດປູ໊ບ ໄວຣັສກໍ່ຈະເຂົ້າເຄື່ອງ ຫຼື ບາງທີຄົນຮ້າຍຈະຄວບຄຸມເຄື່ອງຂອງເຮົາໄດ້ທັນທີ ແລະ ບັງຄັບຄລິກໄດ້ທຸກປຸ່ມ ທຸກແອັບ ແລ້ວຈາກນັ້ນກໍ່ຈະດູດຂໍ້ມູນໃນມືຖືລວມເຖິງເງິນໃນບັນຊີດ້ວຍ ຢ່າດາວໂຫຼດແອັບຈາກ QR code ໃຊ້ App Store ຫຼື Google ຈະປອດໄພກວ່າ
  • ສະແກນຕົວະເຂົ້າເວບທະນາຄານປອມ
    ເມື່ອສະແກນ QR code ກໍ່ຈະເຂົ້າໄປເວບໄຊຣ໌ ມິດສາຊີບຈະສວາຍໂອກາດສ້າງເວບໄຊຣ໌ປອມຂຶ້ນມາ ທີ່ມີລັກສະນະຄ້າຍຄືກັບເວບໄຊຣ໌ແທ້ ເພື່ອຫຼອກລວງປະຊາຊົນທີ່ບໍ່ທັນລະວັງເຂົ້າມາໃສ່ຂໍ້ມູນສ່ວນຕົວ ລ໋ອກອິນເມື່ອໃດ ໃສ່ລະຫັດເຂົ້າ E-Banking ແລ້ວ ໂຈນລັກເງິນທັນທີ ຖ້າເຮົາຈະຊຳລະເງິນຜ່ານເວບໄຊຣ໌ ໃຫ້ເຮົາໃສ່ຂໍ້ມູນໃນເວບໄຊຣ໌ໂດຍກົງ ແທນການສະແກນ QR code ເພື່ອເຂົ້າ Link ເພື່ອເພີ່ມຄວາມລະມັດລະວັງໃນການສັງເກດຊື່ເວບໄຊຣ໌ ຫຼື URL ຢ່າງລະອຽດຈະດີທີ່ສຸດ

ການໃຊ້ QR Code ໃນປັດຈຸບັນແນ່ນອນວ່າອາດຈະສະດວກສະບາຍສຳລັບເຮົາຫຼາຍຍິ່ງຂຶ້ນ ແຕ່ກໍ່ຢ່າລືມວ່າແຮັກເກີ້ພັດທະນາການແຮັກໃຫ້ຕາມທັນຢູ່ສະເໝີ ດັ່ງນັ້ນເຮົາຈຶ່ງຄວນໝັ້ນສັງເກດ ແລະ ຕິດຕາມຂ່າວສານຕະຫຼອດ ເພື່ອຄວາມປອດໄພ ແລະ ບໍ່ຕົກເປັນເຫຍື່ອຫຼອກລວງຂອງມິດສາຊີບ ດັ່ງນັ້ນເຮົາຄວນກວດສອບໃຫ້ໝັ້ນໃຈກ່ອນສະແກນ QR Code ທຸກຄັ້ງ

ຂໍ້ມູນຈາກ: CIBPolice

#KokkokPAY #ຄິວອາໂຄ໊ດ #ການເງິນ #ຖືກໂກງ #ຄ່າໃຊ້ຈ່າຍ #QRcode

ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ