ອຸປະສັກໃນການອອມເງິນ!!

ເກັບເງິນບໍ່ເຄີຍຢູ່ ກັບມາເບິ່ງເງິນກໍ່ຫານໝົດ… ເມື່ອເງິນທອງເປັນຂອງຫາຍາກເຮົາຕ້ອງຮູ້ຈັກລະມັດລະວັງການໃຊ້ຈ່າຍ ແຕ່ທີ່ສຳຄັນໄປກວ່ານັ້ນຄືການຮູ້ຈັກເກັບອອມເງິນໄວ້ໃນຍາມຈຳເປັນ ແລະ ເພື່ອອະນາຄົດຕໍ່ໜ້າ

ມື້ນີ້ Kokkok PAY ຈະພາມາຮູ້ຈັກກັບອຸປະສັກສຳລັບການອອມເງິນຂອງເຮົາກັນກ່ອນວ່າມີຫຍັງແດ່

1. ອຸປະສັກຂອງການບໍ່ມີວິໄນ ໃນການອອມເງິນ

ສາເຫດທຳອິດທີ່ເຮັດໃຫ້ຫຼາຍຄົນບໍ່ປະສົບຜົນສຳເລັດໃນການອອມເງິນນັ້ນກໍ່ຄື ການບໍ່ມີວິໄນໃນການອອມ ດັ່ງນັ້ນຕ້ອງເລີ່ມປັບພຶດຕິກຳການອອມກ່ອນ ຕັ້ງເປົ້າໝາຍໃນການອອມເງິນທຸກໆເດືອນ ຫຼື ການເຮັດແຍກບັນຊີອອມ ເປັນຝາກປະຈຳ

2. ອຸປະສັກຂອງເຫດການບໍ່ຄາດຄິດ

ເຫດການທີ່ບໍ່ຄາດຄິດຈະເກີດຂຶ້ນແບບທີ່ເຮົາຍັງບໍ່ທັນໄດ້ຕັ້ງໂຕ ເພາະຢູ່ນອກເໜືອແຜນທີ່ວາງເອົາໄວ້ທັງໝົດເຊັ່ນ: ເກີດອຸບັດເຫດ,​ ເຈັບປ່ວຍດ້ວຍໂລກປະຈຳຕົວ ຫຼື ເຫດການທີ່ເກີດຈາກໄພພິບັດຕ່າງໆທາງທຳມະຊາດ ເຊິ່ງເຫດການສຸກເສີນເຫຼົ່ານີ້ຈະເປັນອຸປະສັກການອອມເງິນ ແຕ່ເຫດເຫຼົ່ານີ້ກໍ່ມີວິທີທີ່ສາມາດປ້ອງກັນໄດ້ເຊັ່ນກັນນັ້ນກໍ່ຄື ການເຮັດປະກັນ ເພື່ອປ້ອງກັນອຸປະສັກເຫຼົ່ານີ້ນັ້ນເອງ

3. ອຸປະສັກຂອງຄວາມຢາກໄດ້ຂອງຕົວເອງ

ເຮົາຢູ່ໃນຍຸກທີ່ມີຄຳວ່າ “ຂອງມັນຕ້ອງມີ” ປະຕິເສດບໍ່ໄດ້ວ່າຫຼາຍໆຄົນເອົາເງິນທີ່ຄວນນຳໄປອອມ ເອົາມາໃຊ້ຊື້ຂອງທີ່ບໍ່ຈຳເປັນບໍ່ແມ່ນໜ້ອຍ ເຊິ່ງຖ້າເຮົາສາມາດຈຳກັດຄວາມຕ້ອງການໃນຈຸດນີ້ໄປໄດ້ ຈະເຮັດໃຫ້ມີເງິນເຫຼືອເພື່ອມາອອມເພີ່ມຂຶ້ນ ດັ່ງນັ້ນຕ້ອງຫ້າມໃຊ້ຕົວເອງ ເພື່ອບໍ່ໃຫ້ເກີດບັນຫາຕາມມາ

4. ອຸປະສັກເງິນເຟີ້

ອຸປະສັກທີ່ບາງຄົນເບິ່ງຂ້າມໄປນັ້ນກໍ່ຄື ເງົນເຟີ້ ເພາະວ່າຈະສົ່ງຜົນໃຫ້ສິນຄ້າ ແລະ ບໍລິການແພງຂຶ້ນ ເຮັດໃຫ້ເງິນທີ່ມີຢູ່ມີຄ່າໜ້ອຍລົງ ສິ່ງນີ້ເຮົາບໍ່ສາມາດຈັດການເອງໄດ້ ເພາະເກີດຂຶ້ນຈາກລະບົບເສດຖະກິດໃນຊ່ວງນັ້ນໆ ແຕ່ເຮົາສາມາດປ້ອງກັນອຸປະສັກນີ້ໄດ້ດ້ວຍການລົງທຶນທີ່ໃຫ້ຜົນຕອບແທນໄດ້ຫຼາຍກວ່າເງິນທີ່ເຟີ້ ກໍ່ສາມາດປ້ອງກັນອຸປະສັກໃນສ່ວນນີ້ໄດ້

ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store : https://apps.apple.com/th/app/kokkok-pay/id6444021257

Google Play store : https://play.google.com/store/apps/details
Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ