ວິທີ shopping ໃຫ້ສະຫຼາດ

ໃຜເປັນສາຍຊັອບແດ່!!! ແຕ່ບາງຄັ້ງຫາກ shopping ຈົນເພີນ ເງິນໃນກະເປົາອາດຈະຫາຍໄປໝົດຢ່າງແນ່ນອນ

ມື້ນີ້ Kokkok PAY ມີວິທີຊັອບມາຝາກກັນ ເພື່ອໃຫ້ການຊັອບຂອງເຈົ້າໃນຄັ້ງຕໍ່ໄປ ເປັນການຈ່າຍທີ່ແສນຈະຄຸ້ມຄ່າ ແລະ ບໍ່ເກີນງົບທີ່ຕັ້ງໄວ້ ມາເບິ່ງວິທີງ່າຍໆ ນຳເອົາໄປໃຊ້ກັນໄດ້ເລີຍ

ວິທີ shopping ໃຫ້ສະຫຼາດ
ວິທີ shopping ໃຫ້ສະຫຼາດ

1. ຢ່າອອກໄປຊັອບເພາະເບື່ອ
ຫາກຮູ້ສຶກເບື່ອ ແລ້ວຄິດແຕ່ວ່າຢາກອອກໄປຊັອບແຕ່ຢ່າງດຽວ ຂໍເຕືອນໄວ້ເລີຍວ່າ ອາດຈະຕ້ອງເສຍເງິນໂດຍບໍ່ຈຳເປັນ ແລະ ຍັງເຮັດໃຫ້ບໍ່ຮູ້ຕົວເພາະຈ່າຍໄປແບບເບີໆ ມາຮູ້ໂຕອີກຄັັ້ງກໍ່ເງິນໝົດກະເປົາໄປແລ້ວ ຖ້າເວລາເບື່ອບໍ່ຮູ້ຈະເຮັດຫຍັງ ລອງປ່ຽນມາເຮັດກິດຈະກຳແບບບໍ່ເສຍເງິນຈະດີກວ່າ

2. ຫາກລັງເລ ກໍ່ລ່ຽງການຊື້
ຫາກເກີດອາການລັງເລທີ່ຈະຊື້ເຄື່ອງຂຶ້ນມາ ກໍ່ແນະນຳໃຫ້ຮີບຍ່າງໜີອອກຈາກຈຸດນັ້ນທັນທີ ຢ່າໄປເສຍດາຍ ບາງທີມາຄິດທົບທວນດີໆ ເຈົ້າອາດຈະດີໃຈທີ່ບໍ່ໄດ້ຊື້ກໍ່ເປັນໄດ້

3. ຢ່າເຫັນແກ່ຂອງແຖມ ຫຼື ຂອງຖືກ
ຄວນເລືອກຊື້ສະເພາະລາຍການສິນຄ້າທີ່ເຈົ້າໄດ້ໃຊ້ເທົ່ານັ້ນ ຢ່າຫຼົງເພີນໄປກັບລາຍການສິນຄ້າໂປຣໂມຊັ່ນທີ່ປົກກະຕິບໍ່ເຄີຍໄດ້ຊື້ ຫຼື ບໍ່ໄດ້ໃຊ້ເດັດຂາດ ບໍ່ດັ່ງນັ້ນເຈົ້າອາດຈະຕ້ອງຈ່າຍເງິນເກີນກວ່າລາຄາທີ່ຕັ້ງງົບໄວ້

4. ຫາຮ້ານຂາຍຂອງມືສອງ
ຮ້ານຂາຍຂອງເກົ່າ ຫຼື ຮ້ານຂາຍສິນຄ້າມືສອງ ກໍ່ອາດຈະມີສິນຄ້າທີ່ເຮົາຕ້ອງການວາງຈຳໜ່າຍຢູ່ ບາງທີສະພາບສິນຄ້າກໍ່ຍັງດີໃກ້ຄຽງກັບຂອງໃໝ່ ທັງປະຢັດ ແລະ ຍັງໄດ້ຊ່ວຍລົດພະລັງງານໃຫ້ໂລກ ທີ່ສຳຄັນມີເງິນເຫຼືອເກັບອີກດ້ວຍ

5. ເລືອກຊື້ເສື້ອຜ້າທີ່ໃສ່ໄດ້ຫຼາຍໂອກາດ
ຫາກຕ້ອງການຊື້ເສື້ອຜ້າຊຸດໃໝ່ ແນະນຳໃຫ້ເຈົ້າສຳຫຼວດເສື້ອຜ້າທີ່ມີຢູ່ໃນຕູ້ກ່ອນ ແຕ່ຖ້າຫາກໄປຊື້ເສື້ອຜ້າໂຕໃໝ່ ຢ່າລືມນຶກເຖິງເສື້ອຜ້າເດີມທີ່ພໍຈະໃສ່ແມັດກັນເປັນຊຸດໃໝ່ໄດ້ດ້ວຍ ຈະໄດ້ໃຊ້ໄດ້ຫຼາຍໂອກາດນັ້ນເອງ

ດັ່ງນັ້ນ ການວາງແຜນລ່ວງໜ້າ ດ້ວຍເທັກນິກນີ້ ກໍ່ເປັນວິທີທີ່ຊ່ວຍເຮົາໄດ້ ຖ້າໃຜເຮັດຕາມວິທີນີ້ ຮັບຮອງວ່າມີເງິນເກັບຢ່າງແນ່ນ

ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່

The Kokkok PAY app is now available for download at

App store : https://apps.apple.com/th/app/kokkok-pay/id6444021257

Google Play store :https://play.google.com/store/apps/details

Facebook : https://www.facebook.com/kokkokpay

Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ