![salary-financial planning-วางแผนการเงิน](https://pay.kokkok.la/wp-content/uploads/2023/04/338542284_2474892652679981_2808068009031137597_n.jpg)
ສຳລັບໃຜທີ່ຍັງຈັດການກັບເງິນເດືອນບໍ່ຖືກ ບໍ່ຮູ້ຈະແບ່ງເງິນແບບໃດດີ ມື້ນີ້ kokkok Pay ມີຂັ້ນຕອນງ່າຍໆ ໃນການຈັດການເງິນເດືອນສະໄຕຣ໌ຄົນລຸ້ນໃໝ່ມາບອກກັນ
1.ບັນຊີເງິນອອມ (20% ຫຼື ຫຼາຍກວ່າ)
ບັນຊີເງິນອອມຄື: ບັນຊີທີ່ເກັບໄວ້ອອມເປັນເງິນສຳຮອງສຸກເສີນ ແລະ ໄວ້ຕຽມສຳລັບເປົ້າໝາຍການເງິນຕ່າງໆ ເງິນອອມເປັນເງິນທີ່ສາມາດນຳມາໃຊ້ໄດ້ຫາກເກີດເຫດການທີ່ບໍ່ຄາດຄິດ ວ່າຈະເກີດຫຍັງຂຶ້ນ ແລະ ຕ້ອງໃຊ້ເງິນໂດຍທີ່ບໍ່ໄດ້ວາງແຜນໄວ້ລ່ວງໜ້າ
2.ບັນຊີຄ່າໃຊ້ຈ່າຍ
ແນ່ນອນວ່າມະນຸດເງິນເດືອນຢ່າງເຮົາຈະຕ້ອງມີພາລະຄ່າໃຊ້ຈ່າຍຫຼວງຫຼາຍ ມີທັງຄ່າໃຊ້ຈ່າຍຄົງທີ່ຢ່າງເຊັ່ນ: ຄ່າບ້ານ, ຄ່າລົດ, ຄ່າບັດເຄດິດ ເປັນຕົ້ນ… ລວມເຖິງຄ່າໃຊ້ຈ່າຍຜັນແປເຊັ່ນ: ຄ່າເດີນທາງ,ຄ່າກິນ ແລະ ຊື້ຂອງໃຊ້ສ່ວນຕົວ
3. ບັນຊີຄົງເຫຼືອ
ຫາກມີເງິນເດືອນທີ່ເຫຼືອຈາກ ບັນຊີເງິນອອມ ແລະ ບັນຊີຄ່າໃຊ້ຈ່າຍ ເຮົາສາມາດນຳໄປໃຊ້ສ່ວນຕົວ ຫຼື ອອມເພີ່ມກໍ່ໄດ້
Kokkok PAY #ການຈັດການເງິນເດືອນ #ເງິນເດືອນ
Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc