ລຸຍຊ໋ອບໃຫ້ຄຸ້ມ!!! ຊ່ວງສິນຄ້າຫຼຸດລາຄາ

ສຳລັບມະຫະກຳຫຼຸດລາຄາສິນຄ້າຊ່ວງໂປຣໂມຊັ່ນຕ່າງໆ ທີ່ເກີດຂຶ້ນແນ່ນອນວ່າເປັນຊ່ວງເວລາທີ່ນັກຊ໋ອບຫຼາຍຄົນລໍຄອຍທີ່ຈະໄດ້ຊື້ສິນຄ້າໃນລາຄາພິເສດ ແລະ ໂປຣໂມຊັ່ນຕ່າງໆ ອີກຫຼາກຫຼາຍ 

Kokkok PAY ມີເຄັດລັບດີໆສຳລັບຜູ້ຊື້ສຳລັບຜູ້ຊື້ ໃຫ້ສາມາດຊື້ເຄື່ອງໄດ້ຢ່າງຄຸ້ມຄ່າ ແລະ ປອດໄພໃນເທສະການໂປຣໂມຊັ່ນຫຼຸດລາຄາສິນຄ້າມາຝາກກັນ

  1.  ເລືອກເບິ່ງສິນຄ້າ ແລະ ສັງເກດລາຄາກ່ອນເຂົ້າຮ່ວມໂປຣໂມຊັ່ນ
    ຄວນສຳຫຼວດລາຄາສິນຄ້າທີ່ຕ້ອງການຊື້ ເພື່ອເບິ່ງວ່າສິນຄ້າໃນລາຄາປົກກະຕິກ່ອນເຂົ້າຮ່ວມໂປຣໂມຊັ່ນຫຼຸດລາຄານັ້ນມີເທົ່າໃດ ເພາະຫຼາຍຄັ້ງທີ່ບາງຮ້ານໃຊ້ໂອກາດຕິດປ້າຍລາຄາເພື່ອຮ່ວມແຄັມເປນ ແຕ່ຖືໂອກາດຂຶ້ນລາຄາສິນຄ້າໃຫ້ແພງກວ່າປົກກະຕິ ລວມທັງປຽບທຽບລາຄາສິນຄ້າຊະນິດດຽວກັນຈາກຫຼາຍຮ້ານຄ້າ ເພື່ອໃຫ້ໄດ້ສິນຄ້າໃນລາຄາທີ່ຄຸ້ມຄ່າທີ່ສຸດ
  2. ເລືອກເບິ່ງຮ້ານຄ້າກ່ອນເລືອກຊື້
    ການກວດສອບຄວາມໜ້າເຊື່ອຖືຂອງຮ້ານຄ້າເປັນອີກໜຶ່ງຂໍ້ສຳຄັນທີ່ຄວນເຮັດ ບໍ່ແມ່ນແຕ່ການຊື້ສິນຄ້າໃນຊ່ວງໂປຣໂມຊັ່ນເທົ່ານັ້ນ ແຕ່ເປັນທຸກເທື່ອທີ່ເຮົາຊື້ສິນຄ້າວ່າມີຮ້ານຄ້ານັ້ນຄວາມນິຍົມ, ຄວາມໜ້າເຊື່ອຖື ຫຼື ມີສິນຄ້າທີ່ໄດ້ມາດຕະຖານມາຂາຍຫຼືບໍ່ ເພື່ອຄວາມໝັ້ນໃຈ ແລະ ສະບາຍໃຈໃນການຊື້
  3. ສຶກສາໂປຣໂມຊັ່ນພິເສດ ຫຼື ໂຄດສ່ວນຫຼຸດ
    ຊ່ວງທີ່ມີການຈັດແຄັມເປນຫຼຸດລາຄາສິນຄ້າ ຜູ້ຊື້ຢ່າງເຮົາກໍ່ຄວນທີ່ຈະຕິດຕາມຂໍ້ສະເໜີພິເສດຕ່າງໆ ຈະມີຈຳນວນຈຳກັດ ຫາກຢາກໄດ້ສິນຄ້າໃນລາຄາທີ່ສຸດຄຸ້ມກວ່າເກົ່າ ກໍ່ຄວນເຮັດການສຶກສາເງື່ອນໄຂໂປຣໂມຊັ່ນ, ໄລຍະເວລາທີ່ເຂົ້າຮ່ວມໂປຣໂມຊັ່ນ ແລະ ກຽມຕົວເກັບໂຄດສ່ວນຫຼຸດໃນຊ່ວງເວລາຕ່າງໆ ທີ່ຮ້ານຄ້າໄດ້ຈັດກຽມໄວ້ໃຫ້ຜູ້ຊື້ຢ່າງເຮົານັ້ນເອງ 
  4. ຕຽມຕົວໃຫ້ພ້ອມກັບ “ຊ່ວງເວລາດີ”
    ຫຼາຍຄັ້ງທີ່ສິນຄ້າລາຄາພິເສດມີຈຳນວນຈຳກັດລວມເຖິງຈຳກັດເວລາຊື້ ແລະ ຍິ່ງຫາກເປັນສິນຄ້າທີ່ໄດ້ຮັບຄວາມນິຍົມ ແລະ ເປັນທີ່ຕ້ອງການສູງ ສິນຄ້ານັ້ນກໍ່ຈະຂາຍໝົດພາຍໃນໄລຍະເວລາບໍ່ພຽງວິນາທີເທົ່ານັ້ນ ດັ່ງນັ້ນເພື່ອໃຫ້ສາມາດຊື້ສິນຄ້າລາຄາພິເສດທີ່ອາດມີຈຳນວນຈຳກັດໄດ້ ສຳເລັດຕາມຄວາມຕ້ອງການ ການສຶກສາເງື່ອນໄຂການຫຼຸດລາຄາຂອງແຕ່ລະຮ້ານຄ້າ ແລະ ກຽມຕົວໃຫ້ພ້ອມກັບ “ຊ່ວງເວລາດີ” ເພື່ອບໍ່ໃຫ້ພາດການຊື້ສິນຄ້າທີ່ຕ້ອງການ ກໍ່ຖືເປັນອີກໜຶ່ງເລື່ອງສຳຄັນເຊັ່ນກັນ

ບົດຄວາມ ເພີ່ມເຕີມ