ເປັນຫຍັງທອງຄຳຈຶ່ງມີຄ່າ?

ຫຼາຍຄົນເຄີຍສົງໄສກັນຫຼືບໍ່ ເປັນຫຍັງຄົນຈຶ່ງນິຍົມຊື້ທອງຄຳເກັບໄວ້ ບາງຄັ້ງຫຼາຍຄົນມັກອອມທອງຫຼາຍກວ່າເງິນສົດເສຍອີກ ແລ້ວເປັນຫຍັງທອງຄຳຈຶ່ງມີຄ່າ ເປັນຫຍັງທອງຄຳຈຶ່ງຖືກໃຊ້ຮັກສາມູນຄ່າກັນມາດົນນານ ບໍ່ມີໂລຫະອື່ນມາທົດແທນໄດ້ ມື້ນີ້ Kokkok PAY ມີຄຳຕອບມາຝາກກັນ….

1. ທອງຄຳເປັນແຮ່ທີ່ມີຢູ່ຈຳກັດ ມີຂັ້ນຕອນໃນການຜະລິດທີ່ຫຍຸ້ງຍາກ
ດ້ວຍຄວາມທີ່ແຮ່ທອງຄຳມີຢູ່ຈຳກັດ ຂັ້ນຕອນການຂໍສຳປະທານ ແລະ ການຜະລິດໃນແຕ່ລະປະເທດກໍ່ຫຍຸ້ງຍາກ ແລະ ມີຂໍ້ຈຳກັດ ສົ່ງຜົນໃຫ້ທອງຄຳຈຶ່ງມີມູນຄ່າສູງ

2. ທອງຄຳເປັນ Safe Haven ຫຼື ສິນຊັບທີ່ປອດໄພ
ຈາກວິກິດເສດຖະກິດທີ່ຜ່ານມາຫຼາຍໆຄັ້ງ ທະນາຄານກາງຫຼາຍໆປະເທດໄລ່ຍາວໄປເຖິງນັກລົງທຶນທົ່ວໄປຕ່າງລົງທຶນ ແລະ ຊື້ທອງຄຳເກັບໄວ້ເຮັດໃຫ້ທອງຄຳຍັງເປັນສິນຊັບທີ່ປອດໄພ ຫຼື Safe Haven ນັ້ນເອງ

3. ທອງຄຳເປັນສິນຊັບທີ່ສາມາດປ່ຽນເປັນເງິນສົດໄດ້ທັນທີ
ທອງຄຳເປັນສິນຊັບທີ່ມີຄ່າ, ມີລາຄາ, ຊື້ງ່າຍ-ຂາຍງ່າຍ ເຮັດໃຫ້ຫຼາຍຄົນມັກຊື້ທອງຄຳແທ່ງ, ທອງຄຳຮູບປະພັນ ເກັບໄວ້ ເມື່ອພົບກັບສະຖານະການຈຳເປັນທີ່ຕ້ອງໃຊ້ເງິນກໍ່ສາມາດນຳໄປຈຳນຳ ຫຼື ຂາຍນັ້ນເອງ

4. ທອງຄຳເປັນສິນຊັບທີ່ປ້ອງກັນຄວາມສ່ຽງຈາກພາວະເງິນເຟີ້
ຫາກເກີດພາວະເງິນເຟີ້ຂຶ້ນໃນລະບົບເສດຖະກິດ ທອງຄຳຈະເປັນສິນຊັບທີ່ມີມູນຄ່າດ້ານແຮງກົດດັນຈາກເງິນເຟີ້ໄດ້

ແຕ່ເຖິງຢ່າງໃດກໍ່ຕາມຢ່າລືມສຶກສາຂໍ້ມູນກ່ອນຕັດສິນໃຈລົງທຶນໃນທຸກໆສິນຊັບ ເພາະທຸກຢ່າງມີຂໍ້ດີຂໍ້ເສຍໃນຕົວເອງ ຖ້າຫາກເຮົາລົງທຶນດ້ວຍຄວາມລະມັດລະວັງກໍ່ຈະເຮັດໃຫ້ລົດຄວາມສ່ຽງໃນການລົງທຶນໄດ້ດີນັ້ນເອງ

ຂໍ້ມູນຈາກ: mgronline

#KokkokPAY #ທອງຄຳ #ສະສົມທອງ #ການເງິນ #ໃຊ້ຈ່າຍ
ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kok Kok Pay app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ