ຕົວະຕົວເອງແບບໃດ? ໃຫ້ໄດ້ເງິນທັນທີ!!

ມື້ນີ້ Kokkok PAY ມີເທັກນິກເກັບເງິນມາຝາກກັນ ຫຼາຍໆຄົນເຮັດແບບໃດກໍ່ບໍ່ເຄີຍມີເງິນເກັບຈັກເທື່ອ ຕ້ອງມີເລື່ອງມາໃຫ້ຕ້ອງໃຊ້ເງິນຕະຫຼອດເວລາ ອັນທີ່ຈິງແລ້ວການອອມເງິນບໍ່ໄດ້ຍາກເລີຍ ພຽງແຕ່ເຮົາຕ້ອງມີວິໄນກັບຕົວເອງ ຫຼື ລອງໃຊ້ເທັກນິກຕົວະຕົວເອງໃຫ້ມີເງິນເກັບກັນ ແຕ່ຈະເຮັດແບບໃດແດ່ນັ້ນ ມາເບິ່ງກັນເລີຍ

  • ຕົວະຕົວເອງລອງເອົາເງິນໄປເຊື່ອງ
    ເປີດບັນຊີແບບບໍ່ມີບັດ ATM ບໍ່ມີແອັບພລິເຄຊັນ ເພື່ອປ້ອງກັນການຖອນເງິນອອກ ການໂອນຊ໊ອບປິງ ແລະ ເພື່ອບໍ່ໃຫ້ເຫັນຍອດເງິນໃນບັນຊີ ເມື່ອເຮົາບໍ່ເຫັນຍອດເງິນກໍ່ຈະບໍ່ເກີດກິເລດ ພໍເງິນເດືອນເຂົ້າກໍ່ໃຫ້ໂອນໄປໄວ້ໃນບັນຊີນີ້ທັນທີ ຈະຊ່ວຍໃຫ້ເຮົາມີເງິນເກັບໄດ້ໂດຍບໍ່ຮູ້ຕົວ
  • ຕັ້ງຊື່ໃຫ້ແຕ່ລະບັນຊີ
    ເພື່ອໃຫ້ຮູ້ວ່າແຕ່ລະບັນຊີມີໄວ້ອອມເພື່ອຫຍັງ ຈະໄດ້ແບ່ງເງິນໄວ້ໃຊ້ໄດ້ເປັນສັດສ່ວນ ບໍ່ປົນກັນເຊັ່ນ: ບັນຊີເງິນເດືອນ, ບັນຊີເງິນອອມ, ບັນຊີເງິນລົງທຶນ, ເງິນໄປທ່ຽວ, ໄວ້ຈ່າຍພາສີ, ໄວ້ແປງລົດ ແລະ ບັນຊີເງິນໃຊ້ລາຍວັນເປັນຕົ້ນ
  • ໃສ່ກະແຈລ໋ອກໄວ້ເລີຍ
    ຖ້າຫາກມີເງິນສ່ວນໃດທີ່ເຮົາບໍ່ໄດ້ໃຊ້ຢູ່ແລ້ວ ແລ້ວເຮົາຄິດຢາກຈະອອມເງິນກໍ່ໃຫ້ນຳເງິນໄປເກັບໄວໃນບ່ອນທີ່ຖອນອອກມາໄດ້ຍາກເຊັ່ນ: ການເກັບເງິນໄວ້ໃນບັດເງິນຝາກ ທີ່ຈະເຮັດໃຫ້ຖອນເງິນອອກມາບໍ່ໄດ້ ພໍເຖິງເວລາຖອນເງິນອອກມາກໍ່ເຮັດໃຫ້ມີເງິນເກັບໄດ້ແຖມຍັງໄດ້ດອກເບ້ຍອີກດ້ວຍ
  • ປ່ຽນຄ່າໃຊ້ຈ່າຍໃຫ້ເປັນການອອມເງິນ
    ລອງຄຳນວນຄ່າໃຊ້ຈ່າຍທີ່ສາມາດລົດລົງໄດ້ເຊັ່ນ: ການປ່ຽນໂປຣມືຖືໃຫ້ຖືກລົງ ຫຼື ການຍົກເລີກເຄເບິ້ນທີວີ ແລ້ວນຳເງິນສ່ວນຕ່າງຈາກຄ່າໃຊ້ຈ່າຍນັ້ນມາເປັນເງິນອອມທຸກເດືອນ ເຮົາກໍ່ຈະມີເງິນເກັບເພີ່ມຂຶ້ນນັ້ນເອງ

ພຽງເທົ່ານີ້ເຮົາກໍ່ສາມາດຕົວະຕົວເອງໃຫ້ເກັບເງິນໄດ້ ຫາກໃຜຍັງບໍ່ຮູ້ວ່າຈະເລີ່ມແບບໃດ ລອງຈັບເອົາວິທີຈາກ Kokkok PAY ແນະນຳໃຫ້ໄປລອງເບິ່ງໄດ້ເດີ ຮັບຮອງວ່າມີເງິນເກັບຢ່່າງແນ່ນອນ
ທີ່ມາຂອງຂໍ້ມູນ: moneyhub

#KokkokPAY #ເກັບເງິນ #ອອມເງິນ #ຄ່າໃຊ້ຈ່າຍ #ການເງິນ

ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kok Kok Pay app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details 

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ