ແນວຄິດສະບັບນັກລົງທຶນ – Robert D. Arnott

ການທີ່ເຮົາຈະລົງທຶນກັບສິ່ງໃດສິ່ງໜຶ່ງ ແນ່ນອນວ່າເຮົາຕ້ອງສຶກສາແນວທາງການລົງທຶນກ່ອນ ຫຼື ອາດຈະຫາແນວຄິດດີໆຂອງນັກລົງທຶນຫຼາຍໆຄົນ ເພື່ອເປັນແຮງບັນດານໃຈໃຫ້ກັບຕົວເອງ

ມື້ນີ້ Kokkok PAY ຈະມາຍົກຕົວຢ່າງແນວຄິດຂອງນັກລົງທຶນທີ່ມີຊື່ວ່າ Robert D. Arnott ນັກລົງທຶນ ບັນນາທິການ ນັກຂຽນ ຜູ້ຊ່ຽວຊານດ້ານການລົງທຶນ ຜູ້ກໍ່ຕັ້ງ ແລະ CEO ຂອງ Research Affiliates ໄດ້ເວົ້າໄວ້ວ່າ

ແນວຄິດສະບັບນັກລົງທຶນ - Robert D. Arnott

“ໃນໂລກຂອງການລົງທຶນ ເວລາໃດທີ່ເຮົາຮູ້ສຶກສະບາຍຍ່ອມໝາຍເຖິງ ເຮົາຈະບໍ່ໄດ້ກຳໄລຈາກການລົງທຶນ”

 ເວົ້າງ່າຍໆກໍ່ຄື ເຈົ້າກຳລັງຕິດຢູ່ໃນ “Comfort Zone” ເຊິ່ງອາດຈະສົ່ງຜົນຕໍ່ການຕັດສິນໃຈໃນຊ່ວງເວລາທີ່ເໝາະສົມ ຈົນນຳໄປສູ່ການຂາດທຶນໃນທີ່ສຸດ Robert ແນະນຳໃຫ້ຄ່ອຍໆກ້າວອອກຈາກ Comfort Zone ແລະ ໃຫ້ຄວາມສຳຄັນກັບການວິເຄາະຕົວເອງໃນຖານະນັກລົງທຶນຫຼາຍພໍກັບການວິເຄາະແນວໂນ້ມຂອງຕະຫຼາດ ທົບທວນຕົວເອງວ່າ ເຈົ້າມັກເລືອກທີ່ຈະເກັບຫຸ້ນໄວ້ໃນຂະນະທີ່ນັກລົງທຶນຄົນອື່ນໆ ກຳລັງໂດດອອກຈາກເຮືອ ຫຼື ຕັດສິນໃຈເທຂາຍຫຸ້ນໃນຊ່ວງທີ່ເກີດເຫດການສຳຄັນ ເພາະທ້າຍທີ່ສຸດກົນລະຍຸດທີ່ດີທີ່ສຸດກໍ່ປ່ຽນເປັນມຸມມອງທີ່ຮ້າຍແຮງທີ່ສຸດໄດ້ ຫາກເຈົ້າລອງເບິ່ງຂ້າມມັນໄປ

ຖືວ່າເປັນແນວຄວາມຄິດຈາກນັກລົງທຶນທີ່ດີ ທີ່ອາດຊ່ວຍໃຫ້ເສັ້ນທາງສູ່ຄວາມສຳເລັດຂອງເຈົ້າໄດ້ ຮັບຮອງວ່າ ຖ້າເຮົາຕ້ອງໃຈ ຄວາມສຳເລັດຈະຢູ່ບໍ່ໄກເກີນເອື້ອມແນ່ນອນ

#KokkokPAY #ແນວຄິດສະບັບນັກລົງທຶນ #RobertDArnott #ResearchAffiliates #Robert
ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details 

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ