ອັດຕາແລກປ່ຽນຄືຫຍັງ?

ໃຜທີ່ມັກໄປທ່ຽວຕ່າງປະເທດຕະຫຼອດ ຈະຄຸ້ນເຄີຍກັບຄຳວ່າ “ອັດຕາແລກປ່ຽນ” ເປັນຢ່າງດີ ເພາະຈຳເປັນຕ້ອງແລກເງິນຈາກສະກຸນໜຶ່ງ ໄປເປັນອີກສະກຸນໜຶ່ງ ເຊິ່ງການແລກໃນແຕ່ລະຄັ້ງ ກໍ່ຈະໄດ້ຈຳນວນເງິນສະກຸນຕ່າງປະເທດມາບໍ່ເທົ່າກັນ ຫຼາຍແດ່ ໜ້ອຍແດ່ ຂຶ້ນກັບອັດຕາແລກປ່ຽນປະຈຳວັນ

ມື້ນີ້ Kokkok PAY ຈະພາມາຮູ້ຈັກກັບຄຳວ່າ “ອັດຕາແລກປ່ຽນ”

ອັດຕາແລກປ່ຽນຄືຫຍັງ? ອັດຕາແລກປ່ຽນຄືລາຄາຂອງເງິນສະກຸນໜຶ່ງປຽບທຽບກັບສະກຸນໜຶ່ງເຊັ່ນ: 1 ດອນລາສະຫະລັດ ເທົ່າກັບ 17.000 ກີບ

ອັດຕາແລກປ່ຽນຄືຫຍັງ?

ອັດຕາແລກປ່ຽນເປັນສິ່ງທີ່ຜູ້ປະກອບທຸລະກິດນຳເຂົ້າ ແລະ ສົ່ງອອກ ຕ້ອງພົບກັບບັນຫາປ່ຽນແປງຂອງອັດຕາແລກປ່ຽນ ຈະມີຜົນໃຫ້ກະແສລາຍຮັບ ຫຼື ລາຍຈ່າຍໃນຮູບແບບສະກຸນເງິນຂອງທຸລະກິມີຄວາມບໍ່ແນ່ນອນ ເຊິ່ງເຮັດໃຫ້ເກີດກຳໄລເພີ່ມຂຶ້ນ ຫຼື ຂາດທຶນກໍ່ໄດ້

ເຮົາຈະຄາດຄະເນອັດຕາແລກປ່ຽນໄດ້ແບບໃດ?

– ອັດຕາແລກປ່ຽນຢູ່ເໜືອການຄາດເດົາ ມີການເຄື່ອນໄຫວປ່ຽນແປງຈາກປັດໄຈຕ່າງໆ ເຮັດໃຫ້ມີການຜັນຜວນຢູ່ຕະຫຼອດເວລາ.

– ປັດໄຈທີ່ກຳນົດອັດຕາແລກປ່ຽນແມ່ນ ອັດຕາແລກປ່ຽນບໍ່ຕາຍຕົວມີການປ່ຽນແປງຕະຫຼອດເວລາຂຶ້ນຢູ່ກັບຫຼາຍປັດໄຈ ໂດຍປັດໄຈທີ່ມີຜົນຕໍ່ລາຄາຂອງເງິນແຕ່ລະສະກຸນໄດ້ແກ່: ເງິນເຟີ້ ອັດຕາດອກເບ້ຍ ເຊິ່ງເປັນປັດໄຈທາງເສດຖະກິດ ແລະ ຍັງມີປັດໄຈເລື່ອງຄວາມຕ້ອງການຊື້-ຂາຍ ອີກດ້ວຍ

ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store

https://apps.apple.com/th/app/kokkok-pay/id6444021257

Google Play store

https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ