ເຄີຍສົງໄສພຶດຕິກຳການໃຊ້ເງິນກັນຫຼືບໍ່ວ່າ ເງິນເກັບມາຫາຍໄປໃສໝົດ

ເຫດຜົນເປັນເພາະວ່າ ພຶດຕິກຳການໃຊ້ເງິນຂອງແຕ່ລະຄົນທີ່ບໍ່ຄືກັນ ເຊິ່ງພຶດຕິກຳບາງຢ່າງເປັນພຶດຕິກຳທີ່ເຮົາເຮັດໄປໂດຍຮູ້ເທົ່າບໍ່ເຖິງການ ແລະ ສົ່ງຜົນກະທົບຕໍ່ເງິນເກັບຂອງເຮົາໂດຍກົງ ແຕ່ຈະມີພຶດຕິກຳຫຍັງແດ່ນັ້ນ kokkok Pay ຈະມາເລົ່າໃຫ້ຟັງ

  1. ບໍ່ມີການວາງແຜນການໃຊ້ເງິນ

ບາງຄົນບໍ່ມີແຜນໃນການໃຊ້ເງິນ ຫາໄດ້ມາເທົ່າໃດກໍ່ໃຊ້ໂດຍບໍ່ສົນວ່າຈະເຫຼືອຮອດທ້າຍເດືອນຫຼືບໍ່ ເຮັດໃຫ້ເກີດບັນຫາຂຶ້ນມາພາຍຫຼັງ ຫາກເຮົາຮູ້ຈັກວ່າແຜນການໃຊ້ເງິນຕັ້ງແຕ່ຕົ້ນເດືອນ ໂດຍເລີ່ມຈາກການອອມກ່ອນໃຊ້ຢ່າງໜ້ອຍ 20% ຂອງລາຍໄດ້ ເພື່ອໃຫ້ມີເງິນເກັບ ສ່ວນເງິນທີ່ເຫຼືອກໍ່ໃຫ້ຄຳນວນອອກມາວ່າຈະຕ້ອງໃຊ້ອາທິດລະເທົ່າໃດ ຫາກຄິດເປັນລາຍວັນ ຄວນຈະຕົກມື້ລະເທົ່າໃດຈຶ່ງຈະພໍໃນການໃຊ້ໃນໜຶ່ງເດືອນ ວິທີນີ້ນອກຈາກຈະຊ່ວຍໃຫ້ມີເງິນໃຊ້ພຽງພໍແລ້ວ ຍັງຊ່ວຍໃຫ້ເຮົາມີເງິນເກັບທຸກເດືອນອີກດ້ວຍ

2. ໃຊ້ຈ່າຍເງິນເກີນຕົວ

ການໃຊ້ຈ່າຍເງິນເກີນໂຕຖືເປັນອີກໜຶ່ງພຶດຕິກຳທີ່ເຮັດໃຫ້ບໍ່ມີເງິນເກັບ ບໍ່ວ່າຈະເປັນການຊື້ສິ່ງຂອງບໍ່ຈຳເປັນ ການປ່ຽນໂທລະສັບທັງທີ່ໂທລະສັບລຸ້ນເກົ່າຍັງບໍ່ເພ ພໍຈ່າຍເງິນແລ້ວ ມາຮູ້ຕົວອີກຄັ້ງກໍ່ບໍ່ມີເງິນແລ້ວ ແຕ່ຫາຮູ້ບໍ່ວ່າພຶດຕິກຳເຫຼົ່ານີ້ເປັນຕົວຜານເງິນໃນກະເປົາຢ່າງດີ ແລະ ເປັນສາເຫດຫຼັກທີ່ເຮັດໃຫ້ເຮົາບໍ່ມີເງິນເກັບ ດັ່ງນັ້ນລອງຫາທາງປັບຫຼຸດຄ່າໃຊ້ຈ່າຍຟຸມເຟືອຍໃນເລື່ອງນີ້ລົງ ແລະ ພະຍາຍາມໃຊ້ຈ່າຍເງິນໃນຊີວິດປະຈຳວັນໃຫ້ເໝາະສົມກັບລາຍໄດ້ທີ່ໄດ້ຮັບກໍ່ຈະຊ່ວຍໃຫ້ເຮົາມີເງິນເກັບທີ່ຫຼາຍຂຶ້ນ

3.ໃຊ້ບັດເຄດິດບໍ່ເປັນ

ບັດເຄດິດປຽມເໝືອນດາບສອງຄົມ ຫາກໃຊ້ເປັນກໍ່ຈະເກີດປະໂຫຍດກັບເຮົາຢ່າງຫຼວງຫຼາຍ ແຕ່ຖ້າໃຊ້ບັດບໍ່ເປັນກໍ່ເປັນຕົວທຳລາຍສະຖານນະທາງການເງິນຂອງເຮົາໄດ້ເຊັ່ນກັນ ດັ່ງນັ້ນຕ້ອງຮູ້ຈັກບັດເຄດິດກ່ອນ ໂດຍຈື່ໄວ້ວ່າ ການໃຊ້ບັດເຄດິດຈ່າຍໄປເທົ່າໃດຕ້ອງຫາເງິນມາຊຳລະໃຫ້ຕົງເວລາ ແລະ ເຕັມຈຳນວນເທົ່ານັ້ນ

4. ບໍ່ມີເປົ້າໝາຍໃນການເກັບເງິນ

ຫຼາຍຄົນໃຊ້ຈ່າຍເງິນເປັນມື້ໆໄປ ໂດຍບໍ່ມີເປົ້າໝາຍໃນການເກັບເງິນບໍ່ຮູ້ວ່າຈະຕ້ອງເກັບເງິນໄປເຮັດຫຍັງ ເຊິ່ງສາເຫດໜຶ່ງທີ່ເຮັດໃຫ້ເຮົາບໍ່ມີເງິນເກັບ ໃນທາງກັບກັນຫາກເຮົາມີເປົ້າໝາຍໃນການເກັບເງິນກໍ່ຈະເຮັດໃຫ້ມີເປົ້າໝາຍໃນການເກັບເງິນ ກໍ່ຈະເຮັດໃຫ້ເຮົາມີເປົ້າໝາຍ ມີແຮງຈູງໃຈໃນການເກັບເງິນໄດ້ຫຼາຍຂຶ້ນນັ້ນເອງ

#KokkokPAY #ພຶດຕິກຳ #ພຶດຕິກຳເຮັດໃຫ້ບໍ່ມີເງິນເກັບ

ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store

https://apps.apple.com/th/app/kokkok-pay/id6444021257

Google Play store

https://play.google.com/store/apps/details
Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ