ເງິນເດືອນອອກແລ້ວ… ມີການວາງແຜນການໃຊ້ເງິນແບບໃດກັນແດ່

ສຳລັບໃຜທີ່ຍັງຈັດການກັບເງິນເດືອນບໍ່ຖືກ ບໍ່ຮູ້ຈະແບ່ງເງິນແບບໃດດີ ມື້ນີ້ kokkok Pay ມີຂັ້ນຕອນງ່າຍໆ ໃນການຈັດການເງິນເດືອນສະໄຕຣ໌ຄົນລຸ້ນໃໝ່ມາບອກກັນ

1.ບັນຊີເງິນອອມ (20% ຫຼື ຫຼາຍກວ່າ)

ບັນຊີເງິນອອມຄື: ບັນຊີທີ່ເກັບໄວ້ອອມເປັນເງິນສຳຮອງສຸກເສີນ ແລະ ໄວ້ຕຽມສຳລັບເປົ້າໝາຍການເງິນຕ່າງໆ ເງິນອອມເປັນເງິນທີ່ສາມາດນຳມາໃຊ້ໄດ້ຫາກເກີດເຫດການທີ່ບໍ່ຄາດຄິດ ວ່າຈະເກີດຫຍັງຂຶ້ນ ແລະ ຕ້ອງໃຊ້ເງິນໂດຍທີ່ບໍ່ໄດ້ວາງແຜນໄວ້ລ່ວງໜ້າ

2.ບັນຊີຄ່າໃຊ້ຈ່າຍ

ແນ່ນອນວ່າມະນຸດເງິນເດືອນຢ່າງເຮົາຈະຕ້ອງມີພາລະຄ່າໃຊ້ຈ່າຍຫຼວງຫຼາຍ ມີທັງຄ່າໃຊ້ຈ່າຍຄົງທີ່ຢ່າງເຊັ່ນ: ຄ່າບ້ານ, ຄ່າລົດ, ຄ່າບັດເຄດິດ ເປັນຕົ້ນ… ລວມເຖິງຄ່າໃຊ້ຈ່າຍຜັນແປເຊັ່ນ: ຄ່າເດີນທາງ,​ຄ່າກິນ ແລະ ຊື້ຂອງໃຊ້ສ່ວນຕົວ

3. ບັນຊີຄົງເຫຼືອ

ຫາກມີເງິນເດືອນທີ່ເຫຼືອຈາກ ບັນຊີເງິນອອມ ແລະ ບັນຊີຄ່າໃຊ້ຈ່າຍ ເຮົາສາມາດນຳໄປໃຊ້ສ່ວນຕົວ ຫຼື ອອມເພີ່ມກໍ່ໄດ້

#KokkkokPAY #ການຈັດການເງິນເດືອນ #ເງິນເດືອນ

ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details


Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ