ຄຳຕົວະຈາກມິດສາຊີບ ທີ່ໄດ້ຍິນ ແລະ ເຫັນປະຈຳ

ມື້ນີ້ Kokkok PAY ຈະມາເຕືອນໄພ ຮູ້ເທົ່າທັນ ແລະ ຢ່າຫຼົງເຊື່ອກົນອຸບາຍ ແລະ ຄຳຕົວະຂອງກຸ່ມຄົນບໍ່ດີ ຕ້ອງລະວັງບໍ່ໃຫ້ຕົກເປັນເຫຍື່ອໄພການເງິນ ສ່ວນລັກສະນະການຕົວະປະຊາຊົນ ພົບວ່າຊ່ອງທາງທີ່ມິດສາຊີບໃຊ້ຕົວະຍົວະທີ່ມີແນວໂນ້ມສູງຂຶ້ນຄືຊ່ອງທາງອອນລາຍເຊັ່ນ: Facebook, Line, E-mail ໃນຂະນະທີ່ຊ່ອງທາງໂທລະສັບມີແນວໂນ້ມຫຼຸດລົງ ເນື່ອງຈາກພຶດຕິກຳການສື່ສານໃນປັດຈຸບັນປ່ຽນເປັນໃຊ້ທາງອອນລາຍຫຼາຍຂຶ້ນ ເຊິ່ງຍອດຮິດຂອງມິດສາຊີບ ຈະມີຄຳໃດແດ່ນັ້ນ ໄປເບິ່ງກັນເລີຍ

ຄຳຕົວະຈາກມິດສາຊີບ ທີ່ໄດ້ຍິນ ແລະ ເຫັນປະຈຳ
  1. ຕົວະໃຫ້ລົງທຶນ
    ເພື່ອໃຫ້ໄດ້ຜົນຕອບແທນທີ່ສູງ ໃນຮູບແບບການລົງທຶນຕ່າງໆເຊັ່ນ: ເງິນດິຈິຕ໋ອນ, ແຊລູກໂຊ້ອອນລາຍ,​ ບໍລິສັດຊື້ຂາຍທອງຄຳ ຫຼື ບໍລິສັດຂາຍຕົງ ເປັນຕົ້ນ
  2. ຕົວະວ່າສາມາດຊ່ວຍໃຫ້ໄດ້ສິນເຊື່ອ
    ໃນຮູບແບບຕ່າງໆເຊັ່ນ: ເງິນກູ້ຈາກ Facebook, ບັດເຄດິດ ແລ້ວໃຫ້ໂອນເງິນຄ່າທຳນຽມ ຫຼື ຄ່າຈັດການສິນເຊື່ອໃຫ້
  3. ຕົວະໃຫ້ຮັກ
    ຕົວະໃຫ້ຮັກ ຕົວະໃຫ້ສົນໃຈ ດ້ວຍຄຳເວົ້າ ຫຼື ຂໍ້ຄວາມຊວນຫຼົງ ແລ້ວຂໍໃຫ້ໂອນເງິນໃຫ້
  4. ຕົວະວ່າຈະແລກກັບເງິນກ້ອນໃຫຍ່
    ໂດຍອ້າງວ່າຈະໄດ້ຮັບເງິນກ້ອນໃຫຍ່ ຫຼື ພັດສະດຸທີ່ມີມູນຄ່າສູງ ຈາກມິດສາຊີບຕ່າງຊາດ ທີ່ຕິດຕໍ່ຜ່ານຊ່ອງທາງອອນລາຍ ໂດຍຕົວະໃຫ້ໂອນເງິນເປັນຄ່າທຳນຽມ ຫຼື ພາສີ
  5. ຕົວະເປັນຮ້ານຄ້າປອມ
    ຕົວະໃຫ້ຊຳລະຄ່າສິນຄ້າ ຫຼື ຄ່າບໍລິການທີ່ຊື້ຜ່ານຊ່ອງທາງອອນລາຍແລ້ວບໍ່ໄດ້ຮັບສິນຄ້າ ຫຼື ບໍລິການນັ້ນ
  6. ຕົວະວ່າໂອນເງິນແລ້ວ
    ຕົວະວ່າໂອນເງິນໃຫ້ແລ້ວ ພ້ອມສົ່ງຫຼັກຖານການໂອນເງິນ ເພື່ອສົ່ງສິນຄ້າໃຫ້ ແຕ່ບໍ່ມີການໂອນແທ້
  7. ຕົວະເພື່ອລ້ວງຂໍ້ມູນສ່ວນຕົວ
    ຕົວະເອົາຂໍ້ມູນສ່ວນບຸກຄົນ ຫຼື ລັກເອົາຂໍ້ມູນຄື: ລະຫັດຜ່ານ OTP, ລະຫັດ ATM, ລະຫັດ CCV ເພື່ອວັດຖຸປະສົງຕ່າງໆ ນຳໄປໃຊ້ໂອນເງິນ ຫຼື ຖອນເງິນອອກຈາກບັນຊີເງິນຝາກ ນຳຂໍ້ມູນບັດເຄດິດໄປຊື້ສິນຄ້າອອນລາຍ ໂດຍຜ່ານຮູບແບບຕ່າງໆເຊັ່ນ: ຫຼອກວ່າຈະໃຊ້ສິນເຊື່ອດອກເບ້ຍຕ່ຳ ຫຼື ເພີ່ມວົງເງິນສິນເຊື່ອແລ້ວໃຫ້ຂຽນຂໍ້ມູນສ່ວນຕົວ

ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store

https://apps.apple.com/th/app/kokkok-pay/id6444021257

Google Play store

https://play.google.com/store/apps/details

Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ