ສ່ຽງໂຊກແບບໃດ ໃຫ້ປອດໄພເງິນໃນກະເປົາ

ໃຜມັກຫຼິ້ນສ່ຽງໂຊກຍົກມືຂຶ້ນ🙋‍♀️……. ວັນແຫ່ງຄວາມຫວັງໃນທຸກໆເດືອນຂອງໃຜຫຼາຍໆຄົນກໍ່ຄື “ມື້ເລກອອກ” ນັ້ນເອງ

ພໍໄດ້ເລກເດັດເລກດັງກໍ່ແຫ່ໄປຊື້ທຸ່ມຈົນໝົດຕົວ ຖືກແດ່ ບໍ່ຖືກແດ່ ຫຼື ບາງຄົນອາດຈະບໍ່ເຄີຍຖືກເລີຍ ຕອນເຊົ້າມີຄວາມສຸກ ຕອນແລງມານັ່ງເຫງົາກໍມີ ຫຼິ້ນທຸກງວດຈົນຄິດວ່າມື້ໜຶ່ງຈະຕ້ອງເປັນຂອງເຮົາຢູ່ແມ່ນບໍ່… ຫຼາຍຄົນສົງໄສວ່າ ແທ້ຈິງແລ້ວໂອກາດຖືກລາງວັນມີຫຼາຍພຽງໃດ ຖ້າຢາກຈະຖືກລາງວັນແນ່ນອນວ່າຈະຕ້ອງຊື້ເທົ່າໃດ ແລ້ວຄຸ້ມຫຼືບໍ່ ທີ່ຈະເຮັດແບບນັ້ນ
Kokkok PAY ມື້ນີ້ ຈະມາບອກການສ່ຽງໂຊກແບບປອດໄພມາຝາກກັນ ຈະຫຼິ້ນແບບໃດ ຊື້ແບບໃດ ມື້ນີ້ເຮົາມີຄຳຕອບມາຝາກກັນ ໄປເບິ່ງກັນເລີຍ…

💸ສ່ຽງໂຊກທັງທີ ຕ້ອງມີກົນລະຍຸດ ຢູ່ດີໆເຮົາຈະຫຼິ້ນເລກໄປທົ່ວບໍ່ໄດ້ ຖ້າຕ້ອງການຈະເປັນຊຽນເລກທີ່ເກັ່ງ ກໍ່ຕ້ອງມີການວາງແຜນທີ່ຮອບຄອບ ເລີ່ມຕົ້ນທີ່ໜ້າຕັກຕົວເອງກ່ອນວ່າທຶນຊື້ເລກພຽງພໍບໍ່ ໂດຍໃຊ້ສົມຜົນໃນການຕັດສິນໃຈ ສົມຜົນນັ້ນກໍ່ຄື:

“ລາຍໄດ້ – ເງິນອອມ – ລາຍຈ່າຍທີ່ຕ້ອງຈ່າຍ = ລາຍຈ່າຍແຫ່ງຄວາມສຸກ”

ຖ້າເຮົານຳລາຍໄດ້ທີ່ມີຫັກດ້ວຍເງິນອອມ ແລະ ລາຍຈ່າຍຈາກໜີ້ສິນຕ່າງໆອອກໄປໝົດແລ້ວ ມັນກໍ່ຈະເຫຼືອເປັນ “ລາຍຈ່າຍຄວາມສຸກ” ເຫຼືອເທົ່າໃດກໍ່ໃຊ້ເງິນສ່ວນນີ້ຊື້ເລກ ຈະສ່ຽງຫຼາຍ ຫຼື ສ່ຽງໜ້ອຍກໍ່ຄວນໃຫ້ຢູ່ໃນກອບນີ້ເທົ່ານັ້ນ ຫ້າມເກີນເດັດຂາດ!!! ຖ້າຫຼຸດຈາກນີ້ ດວງຈະມີບັນຫາທັນທີ ແລ້ວດວງບໍ່ດີນີ້ກໍ່ຈະສົ່ງຜົນເຖິງງວດຕໍ່ໄປດ້ວຍ ຕອນນີ້ກໍ່ຄວນເລີ່ມສຳຫຼວດດວງຕົວເອງໄດ້ແລ້ວວ່າ ທີ່ບໍ່ເຄີຍຖືກເລກເພາະໃຊ້ເງິນສ່ວນອື່ນມາສ່ຽງໂຊກຫຼືບໍ່ ຖ້າແມ່ນ ກໍ່ຄວນຢຸດທັນທີ ຫົນທາງດຽວທີ່ຈະເຮັດໃຫ້ດວງເຮົາດີຂຶ້ນມາກໍ່ຄວນໃຊ້ລາຍຈ່າຍແຫ່ງຄວາມສຸກມາສ່ຽງໂຊກເລກເທົ່ານັ້ນເດີ

💸ສ່ຽງໂຊກດ້ວຍເງິນຕົວເອງ ບໍ່ຕ້ອງໄປຢືມເງິນຄົນອື່ນມາຊື້ເລກ ບາງຄົນກໍ່ດື້ດ້ານ ບໍ່ມີເງິນກໍ່ຍັງຢາກລຸ້ນເລກ ເພາະຄິດວ່າງວດນີ້ໄດ້ເລກເດັດມາແທ້ໆ ສ່ຽງເທື່ອນີ້ກໍ່ຈະໄດ້ຖອນທຶນຄືນ ກໍ່ເລີຍໃຊ້ເຄດິດຕົວເອງທີ່ຈ່າຍຄ່າເລກຄົບ ແລະ ຕົງຕໍ່ເວລາ ຢືມເງິນຈາກເຈົ້າມືຜູ້ໃຈດີມາລົງທຶນຊື້ເລກ ຫຼື ບາງຄົນນຳຊັບສິນທີ່ມີບາງສ່ວນໄປຈຳນຳເພື່ອປ່ຽນເປັນທຶນໄປສ່ຽງໂຊກ ຄິດວ່າຖືກລາງວັນແລ້ວຈະໄປຖອນຄືນ ແຕ່ໃຫ້ຈື່ໄວ້ເລີຍວ່າ “ເລກ ແບບໃດກໍ່ຍັງເປັນເລກ” ທີ່ເຮັດໃຫ້ທຸກລົງທຸກໆມື້ ໃນມື້ແຫ່ງຄວາມຫວັງສຸດທ້າຍກໍ່ເຫຼືອແຕ່ຄວາມວ່າງເປົ່າພ້ອມກັບໜີ້ສິນຖ້ວມຫົວ ຖ້າບໍ່ຢາກຕົກຢູ່ໃນສະພາບນີ້ ຢາກຫຼີ້ນເລກໃຫ້ລວຍ ຕ້ອງຫຼີ້ນດ້ວຍເງິນຕົວເອງ ບໍ່ຄວນໄປຢືມເງິນຄົນອື່ນມາຫຼິ້ນເດັດຂາດ ບໍ່ດັ່ງນັ້ນດວງຈະຕົກທັນທີ ໝົດທັງເງິນ ທັງໝູ່ເພື່ອແນ່ນອນ

💸ສ່ຽງໂຊກໃຫ້ດີຕ້ອງຮູ້ຈັກແບ່ງເວລາໃຫ້ເປັນ ບາງຄົນຫຼິ້ນເລກຈົນລືມເວລາເຮັດວຽກ ພໍເຫັນຄົນອື່ນທີ່ໂຊກດີລວຍໄວກໍ່ອົດທີ່ຈະອິດສາບໍ່ໄດ້ ພ້ອມກັບພາວະນາວ່າມື້ໜຶ່ງຈະຕ້ອງເປັນຂອງເຮົາແນ່ນອນ ບາງຄົນກໍ່ທຸ່ມເທເວລາໄປຫາເລກເດັດຫຼາຍກວ່າ ດຸກວ່າເຮັດວຽກ ບໍ່ວ່າເລກນັ້ນຈະຢູ່ໄກເທົ່າໃດ ເຮົາກໍ່ຕ້ອງໄປໃຫ້ເຖິງເພື່ອໃຫ້ເຫັນຕົວເລກກັນຕາ ແລ້ວກໍ່ຈັດເຕັມກັບເລກທຸກງວດເພື່ອໃຫ້ລວຍໄວ ແຕ່ສຸດທ້າຍກໍ່ຍັງຖືກແມ່ເລກກິນຢູ່ຄືເກົ່າ ຫາກເປັນແບບນີ້ເສຍທັງວຽກ ເສຍທັງເງິນ ສຸດທ້າຍເສຍອະນາຄົດເພາະຖືກໃຫ້ອອກຈາກວຽກ ດັ່ງນັ້ນຊ່ວງເວລາວຽກກໍ່ຄວນເຮັດວຽກທີ່ຮັບຜິດຊອບໃຫ້ດີທີ່ສຸດ Kokkok PAY ແນະນຳວ່າ ຫາເວລາວ່າງ ຫຼື ມື້ພັກໄປກັບເລື່ອງເລກ ດີກວ່າເອົາເວລາເຮັດວຽກມາຫາເລກເດັດຈົນເສຍການເສຍງານ…

ການສ່ຽງໂຊກ ຫຼິ້ນໄດ້ແຕ່ຄວນຫຼີ້ນແຕ່ພໍດີ ພໍງາມ ໃຫ້ໄດ້ລຸ້ນເປັນສີສັນກັບຊີວິດເປັນງວດໆ ຢ່າຫຼິ້ນຈົນເຮັດໃຫ້ຄົນອື່ນລຳບາກ ແຮ່ງເສດຖະກິດແບບນີ້ບໍ່ຄວນຫຼິ້ນເລກຈົນເກີນຕົວ ດຽວຈະໝົດໂຕບໍ່ຮູ້ນຳເດີ້….

ອ້າງອີງຈາກ: aommoney

ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ