ເປັນຫຍັງເວລາ PAY ຈຶ່ງມີຄວາມສຸກ

ເປັນຫຍັງເວລາ PAY ຈຶ່ງມີຄວາມສຸກ!!
ຫຼາຍຄົນຄົງຄິດວ່າການໃຊ້ເງິນກັບຕົວເອງແລ້ວຈະມີຄວາມສຸກ ແຕ່ມັນບໍ່ແມ່ນແນວນັ້ນສະເໝີໄປ ເພາະນັກວິໄຈໄດ້ຢືນຢັນວ່າການໃຊ້ເງິນເພື່ອຄົນອື່ນຈະມີຄວາມສຸກກວ່າໃຊ້ເງິນເພື່ອຕົວເອງ

ເຊິ່ງເລື່ອງນີ້ຜ່ານການວິໄຈມາຫຼາຍເທື່ອແລ້ວເດີທຸກຄົນ ແລ້ວເປັນຫຍັງເວລາ PAY ຈຶ່ງ Happy ມາເບິ່ງກັນ…

ເປັນຫຍັງເວລາ PAY ຈຶ່ງມີຄວາມສຸກ
ຫຼາຍຄົນຄົງຄິດວ່າການໃຊ້ເງິນກັບຕົວເອງແລ້ວຈະມີຄວາມສຸກ ແຕ່ມັນບໍ່ແມ່ນແນວນັ້ນສະເໝີໄປ ເພາະນັກວິໄຈໄດ້ຢືນຢັນວ່າການໃຊ້ເງິນເພື່ອຄົນອື່ນຈະມີຄວາມສຸກກວ່າໃຊ້ເງິນເພື່ອຕົວເອງ ເຊິ່ງເລື່ອງນີ້ຜ່ານການວິໄຈມາຫຼາຍເທື່ອແລ້ວເດີທຸກຄົນ ແລ້ວເປັນຫຍັງເວລາ PAY ຈຶ່ງ Happy ມາເບິ່ງກັນ...
  • 💸 ຍິ່ງ PAY ຮໍໂມນຍິ່ງຫຼັ່ງ
    ໃນສະໝອງຂອງຄົນເຮົາ ບໍ່ໄດ້ມີພຽງແຕ່ເຮັດໜ້າທີ່ສັ່ງການຮ່າງກາຍ ຫຼື ຮຽນຮູ້ເທົ່ານັ້ນ ແຕ່ຍັງມີຮໍໂມນໜຶ່ງທີ່ສະໝອງຈະສັ່ງໃຫ້ເກີດການຫຼັ່ງອອກມາຕາມເຫດການຕ່າງໆ ເຊິ່ງຮໍໂມນນີ້ຊື່ວ່າ Neurotransmitter Oxytocin ທີ່ຈະເຮັດໃຫ້ເຮົາມີຄວາມສຸກໃນຕອນທີ່ຈ່າຍ ຫຼື PAY ນັ້ນເອງ ຢ່າງເຊັ່ນ ໃນມື້ເງິນເດືອນອອກ ແລ້ວກໍໃຈໃຫຍ່ພາຄົນທີ່ຮັກໄປລ້ຽງຊີ້ນດາດ ຫຼື ຊື້ຂອງອອນລາຍທີ່ CF ແບບລົວໆກັນເລີຍ ເຊິ່ງຄວາມສຸກເຫຼົ່ານັ້ນກໍເປັນທຳມະຊາດສ້າງມາ ເພື່ອໃຫ້ລາງວັນແກ່ຕົນເອງ ຫຼື ຄົນອື່ນ
  • 💸 ຊື້ປະສົບການ ໃຫ້ຄວາມສຸກທີ່ຍາວນານກວ່າຊື້ສິ່ງຂອງ
    ເປັນເລື່ອງທຳມະຊາດເມື່ອໃຊ້ໄປແລ້ວກໍເກີດຄວາມລຶ້ງເຄີຍ ແມ່ນຫຍັງກໍຕາມທີ່ໄດ້ມາຊ່ວງທຳອິດ ກໍຈະໜ້າຕື່ນເຕັ້ນ ເມື່ອເວລາຜ່ານໄປກໍຈະເປັນຄວາມລຶ້ງເຄີຍສະເໝີ ເພາະຄວາມຢາກມັກແຝງຢູ່ຮອບກາຍ ເມື່ອໄດ້ມາຢ່າງໜຶ່ງ ກໍຢາກໄດ້ຢ່າງອື່ນເພີ່ມອີກ ເຊິ່ງນັກວິໃຈໄດ້ຄົ້ນພົບວ່າ “ເຖິງວ່າປະສົບການຈະເກີດຂຶ້ນໃນຊ່ວງເວລາສັ້ນໆ ແຕ່ມັນກໍສາມາດເຮັດໃຫ້ຄວາມສຸກຂອງເຮົາຍືນຍາວກວ່າສິ່ງຂອງ” ເຖິງວ່າຕົວເຮົາຈະບໍ່ແມ່ນສິ່ງຂອງຂອງເຮົາ ແຕ່ກໍເປັນແຫຼ່ງສະສົມ ບໍ່ວ່າຈະເປັນການໄດ້ຮູ້ໄດ້ເຫັນ ສຳຜັດ ໄດ້ເຮັດ ລວມເຖິງສະຖານທີ່ທີ່ເຮົາໄດ້ໄປ ທຸກຢ່າງຄືການລົງທຶນຊື້ປະສົບການ ທີ່ຈະບໍ່ຄືກັບການລົງທຶນຊື້ສິ່ງຂອງ
  • 💸 ໃຊ້ເງິນເພື່ອຄົນອື່ນ ມີຄວາມສຸກກວ່າໃຊ້ເງິນເພື່ອຕົວເອງ
    ການໃຊ້ເງິນເພື່ອຄົນອື່ນ ຈະມີຄວາມສຸກກວ່າການໃຊ້ເງິນເພື່ອຕົວເອງ ກໍຈະເປັນຄວາມຮູ້ສຶກທີ່ເວລາເຮົາຢືນເຊັງເບິ່ງຕູ້ເສື້ອຜ້າ ແຕ່ຕ່າງຈາກຄວາມສຸກໃນຕອນທີ່ຊື້ມາໂດຍຊິ້ນເຊີງ ບາງເທື່ອໃສ່ໄດ້ເທື່ອດຽວກໍເບື່ອ ແຕ່ຖ້າທຽບກັບສິ່ງທີ່ເຮົາຊື້ໃຫ້ຄົນອື່ນ ຫຼື ຄົນທີ່ຮັກ ຢ່າງເຊັ່ນເຮົາຊື້ຜ້າພັນຄໍໃຫ້ແມ່ ເວລາເຫັນແມ່ໃສ່ແລ້ວເຮົາກໍມີຄວາມສຸກ ຫຼື ວ່າຈະເປັນການຊື້ສາຍຄໍໃຫ້ຄົນຮັກ ເຮົາກໍຈະຮູ້ສຶກດີຍິ່ງຕື່ມເມື່ອເຫັນວ່າຜູ້ທີ່ໄດ້ຮັບນັ້ນຖືກໃຈ ນັ້ນເອງ

ອ່ານມາຮອດນີ້ແລ້ວ ກໍສະຫຼຸບໄດ້ວ່າ ການ PAY ເພື່ອຄົນອື່ນຈະເຮັດໃຫ້ຄວາມສຳພັນທາງສັງຄົມຂອງເຮົາດີຂຶ້ນ ແລະ ຄວາມສຸກກໍຈະຕາມມານັ້ນເອງ ແຕ່ກໍຂຶ້ນນຳໃຈເຮົານຳວ່າມີຄວາມປະສົງຢາກຈະໃຫ້ຄົນນັ້ນບໍ່ ເຊັ່ນດຽວກັບການຊື້ປະສົບການ ເພາະການທີ່ໄດ້ຊ່ວຍເຫຼືອຄົນອື່ນ ກໍເຮັດໃຫ້ເຂົາປະທັບໃຈ ແລະ ກໍໄດ້ຄວາມຊົງຈຳດີໆໃຫ້ແກ່ກັນອີກນຳ.
😊ຊັອບປິ້ງມີຄວາມສຸກແລ້ວ ຢ່າລືມມາໃຊ້ Kokkok PAY ກັນນຳເດີ! ສະໝັກມື້ນີ້ ມີສິດທິພິເສດອີກຫຼາກຫຼາຍນຳ!

ອ້າງອີງຈາກ: cosmenet, springnews, talentsmarteq

#KokkokPAY #PAY #ເປັນຫຍັງເວລາPAYຈຶ່ງມີຄວາມສຸກ #ຈ່າຍແລ້ວມີຄວາມສຸກ #ຄວາມສຸກ #ສາຍເປ

ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ