ເຫດຜົນຂອງຄົນບໍ່ມີເງິນເກັບ !!

ບໍ່ມີເງິນເກັບຈັກເທື່ອ ບັນຫາເຫຼົ່ານີ້ເກີດຂຶ້ນຈາກຫຍັງ ມື້ນີ້ Kokkok PAY ມີຄຳຕອບມາຝາກກັນ….

  • ບໍ່ຈົດບັນທຶກລາຍຮັບລາຍຈ່າຍ
    ຖ້າເຈົ້າໃຊ້ເງິນແບບໄຮ້ເປົ້າໝາຍ ບໍ່ມີການ “ຈົດບັນທຶກລາຍຮັບລາຍຈ່າຍ” ຈຶ່ງບໍ່ຮູ້ພຶດຕິກຳດ້ານການເງິນຂອງຕົນເອງ ເຊິ່ງເຮັດໃຫ້ເປົ້າໝາຍທາງການເງິນບໍ່ຊັດເຈນ ເບິ່ງບໍ່ເຫັນພາບກ່ຽວກັບການໃຊ້ຈ່າຍ ສົ່ງຜົນໃຫ້ບໍ່ມີປະສິດທິພາບໃນການຈັດການການເງິນ
  •  ເປີດກະເປົາຈ່າຍແບບງ່າຍໆໂດຍບໍ່ຄິດ
    ຈຸດເລີ່ມຕົ້ນຂອງການເກັບເງິນບໍ່ຢູ່ ກວດເບິ່ງແບບງ່າຍໆ ຫາກປະຕິເສດໃຜບໍ່ເປັນ, ຂີ້ເກງໃຈ, ໃຜຂໍກໍ່ໃຫ້, ໃຜຊວນກໍ່ໄປໝົດ ເຖິງແມ່ນວ່າຈະມີເງິນເກັບບໍ່ຫຼາຍ ກໍ່ຍັງໃຈອ່ອນຕາມເຂົາໄປ ບໍ່ເຄີຍຄິດຈະປະຕິເສດ ລັກສະນະນີ້ມີເງິນເກັບໃນບັນຊີເທົ່າໃດກໍ່ໝົດ ບໍ່ມີເຫຼືອເກັບຢ່າງແນ່ນອນ
  • ຈັດສັນເງິນລົງທຶນບໍ່ເໝາະສົມ
    ລົງທຶນແບບຂາດຄວາມຮູ້ ໄດ້ຮັບຜົນຕອບແທນບໍ່ໝັ້ນຄົງ ດອກຜົນບໍ່ງອກເງີຍ ສຳລັບຜູ້ທີ່ເກັບເງິນແຕ່ພົບວ່າດອກຜົນບໍ່ງອກເງີຍ ສາເຫດກໍ່ຄື: ການຈັດສັນເງິນລົງທຶນບໍ່ເໝາະສົມ ໂດຍທີ່ຍັງບໍ່ໄດ້ສຶກສາທຳຄວາມເຂົ້າໃຈພຽງພໍ ເຮັດໃຫ້ຜົນຕອບແທນບໍ່ມີຄວາມໝັ້ນຄົງ ຫຼື ອາດເຮັດໃຫ້ສູນເສຍເງິນຕົ້ນໂດຍບໍ່ຮູ້ໂຕ ດັ່ງນັ້ນການລົງທຶນຕ້ອງມີການສຶກສາກ່ອນ ຢ່າປະໝາດ
  • ຄິດວ່າເງິນຫາງ່າຍ
    ໝັ້ນໃຈວ່າມີຄວາມສາມາດໃນການຫາເງິນ ພໍມີເລີຍໃຊ້ເງິນແບບບໍ່ຢັ້ງມື ທີ່ສຳຄັນມັກຈະໝົດໄປກັບສິ່ງຂອງຟຸມເຟືອຍ ແລະ ຍິ່ງຫາກຄິດວວ່າ “ມີເງິນແລ້ວຕ້ອງໃຊ້ ຖ້າບໍ່ໃຊ້ແລ້ວຈະຫາມາເຮັດຫຍັງ” ກໍ່ຈະຍິ່ງກະຕຸ້ນໃຫ້ຈ່າຍເງິນງ່າຍ ແລະ ຫຼາຍຂຶ້ນດ້ວຍ ຝົນຕາມມາກໍ່ຄື ບໍ່ມີຄວາມຄິດທີ່ຈະເກັບອອມ, ບໍ່ມີການວາງແຜນການເງິນເພື່ອອະນາຄົດ ຜົນສຸດທ້າຍກໍ່ປະສົບບັນຫາທາງການເງິນ ຢ່າງແນ່ນອນ

ຂໍ້ມູນຈາກ: SCB Thailand

#KokkokPAY #ເຫດຜົນຂອງຄົນບໍ່ມີເງິນເກັບ #ເງິນເກັບ #ການເງິນ #ໃຊ້ຈ່າຍ
ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kok Kok Pay app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details 

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ