ມາກວດສຸຂະພາບການເງິນກັນ(Financial health)

ມາກວດສຸຂະພາບການເງິນກັນ(Financial health)
ສຸຂະພາບດີບໍ່ມີຂາຍ ຖ້າຢາກໄດ້ຕ້ອງເຮັດເອງ ຄຳເວົ້າທີ່ໄດ້ຍິນຢູ່ຫຼາຍເທື່ອໃນເລື່ອງສຸຂະພາບທີ່ທຸກຄົນມັກຈະໄດ້ຟັງຢູ່ຫຼາຍເທື່ອ

ແຕ່ມື້ນີ້ສຸຂະພາບທີ່ Kokkok PAY ເວົ້າເຖິງ ບໍ່ແມ່ນສຸຂະພາບຮ່າງກາຍແຕ່ເປັນສຸຂະພາບການເງິນ ໃຜເຄີຍກວດເບິ່ງແດ່ວ່າ ສຸຂະພາບການເງິນຂອງຕົວເອງດີຫຼືບໍ່ດີ ມາກວດໄປພ້ອມໆກັນເລີຍ….

  • ກວດວ່າເຮົາມີໜີ້ສິນເທົ່າໃດ
    ບໍ່ຄວນມີໜີ້ສິນເກີນ 50% ຂອງຊັບສິນທັງໝົດ ໂດຍຫຼັກການແລ້ວເກນທີ່ແນະນຳຕາມມາດຕະຖານທີ່ແນະນຳກໍ່ຄື ບໍ່ຄວນມີໜີ້ສິນເກີນ 50% ຂອງສິນຊັບທີ່ມີທັງໝົດ ເຫດຜົນກໍ່ເພື່ອປ້ອງກັນບໍ່ໃຫ້ເຮົາເປັນໜີ້ເກີນຄວາມຈຳເປັນ ແລະ ມີພາລະທີ່ຕ້ອງຊຳລະຄືນທີ່ສູງເກີນໄປ ເພາະໂດຍທຳມະຊາດຂອງໜີ້ຍິ່ງມີຫຼາຍເທົ່າໃດ ພາລະຂອງເລື່ອງຂອງ “ດອກເບ້ຍ” ກໍ່ຈະຍິ່ງເພີ່ມຂຶ້ນ ຫາກກວດສອບຕາມຂໍ້ນີ້ແລ້ວກຳລັງມີໜີ້ສິນພົບວ່າເກີນ 50% ຂອງສິນຊັບ ເຮົາກໍ່ຈະໄດ້ເລີ່ມລະມັດລະວັງຕົວເອງໃນການກໍ່ໜີ້ໃນອະນາຄົດ ຫຼື ເລັ່ງອອມເງິນເພື່ອໃຫ້ສິນຊັບເພີ່ມຂຶ້ນ ແລະ ລົດສັດສ່ວນໜີ້ສິນລວມລົງໃຫ້ຢູ່ໃນເກນມາດຕະຖານນ້ອຍກວ່າ 50% ຂອງສິນຊັບ ຫຼື ບໍ່ມີເລີຍຈະດີທີ່ສຸດ
  • ກວດວ່າຜ່ອນຊຳລະໜີ້ແບບໃດ
    ການຜ່ອນຊຳລະໜີ້ຕໍ່ເດືອນບໍ່ຄວນເເກີນ 40% ຂອງລາຍໄດ້ທັງໝົດ ອີກໜຶ່ງເກນມາດຕະຖານທີ່ແນະນຳໃຫ້ກວດສອບສຸຂະພາບການເງິນກໍ່ຄື “ພາລະການຜ່ອນຊຳລະໃນແຕ່ລະເດືອນ” ບໍ່ຄວນເກີນ 40% ຂອງລາຍໄດ້ທັງໝົດ ເຊິ່ງພາລະການຊຳລະກໍ່ຈະນັບລວມການຜ່ອນລາຍການທີ່ເປັນໜີ້ທັງໝົດ ທີ່ຕ້ອງຈ່າຍໃນແຕ່ລະເດືອນດ້ວຍ ເພື່ອບໍ່ໃຫ້ເກີດບັນຫາກັບການໃຊ້ເງິນໃນປັດຈຸບັນ ລາຍຮັບບໍ່ພໍກັບລາຍຈ່າຍນັ້ນເອງ
  • ກວດການລົງທຶນ
    ວາງແຜນລົງທຶນການຜ່ອນຊຳລະໜີ້ຕໍ່ເດືອນບໍ່ເກີນ 40% ຂອງລາຍໄດ້ທັງໝົດ ສ່ວນເຫດຜົນທີ່ແນະນຳວ່າບໍ່ຄວນເກີນ 40% ກໍ່ເພື່ອລົດຄວາມສ່ຽງທີ່ອາດເກີດຂຶ້ນໃນກໍລະນີທີ່ເຮົາບໍ່ສາມາດຊຳລະໄດ້ເຊັ່ນ: ລາຍໄດ້ຂາດຫາຍ ຫຼື ຫຼຸດລົງ ນອກຈາກນີ້ເຫດຜົນທີ່ເກນມາດຕະຖານກຳນົດໄວ້ 40% ກໍ່ເພາະວ່າເຮົາຈະໄດ້ເຫຼືອເງິນໄປດູແລເປົ້າໝາຍ
    ການເງິນອື່ນໆ ໃນຊີວິດດ້ວຍ ເມື່ອກວດສຸຂະພາບທາງການເງິນແລ້ວພົບວ່າມີພາລະການການຜ່ອນຊຳລະທີ່ໃກ້ຄຽງ ຫຼື ເກີນ 40% ຂຶ້ນໄປ ເຮົາກໍ່ຄວນລະມັດລະວັງໃນການກໍ່ໜີ້ອື່ນໆ ເພີ່ມໃນອະນາຄົດ ຫຼື ພະຍາຍາມປິດຊຳລະໜີ້ທີ່ສາມາດປິດໄດ້ກ່ອນເພື່ອໃຫ້ພາລະຫຼຸດລົງ ຫຼື ຖ້າມີຄວາມຈຳເປັນທີ່ຈະຕ້ອງກໍ່ໜີ້ແທ້ໆ ເຮົາກໍ່ຈະໄດ້ເລັ່ງມືຫາລາຍໄດ້ເພີ່ມ ເພື່ອກຽມຮັບພາລະໜີ້ສິນທີ່ກຳລັງຈະເພີ່ມຂຶ້ນດ້ວຍ
  • ກວດການອອມເງິນ
    ການອອມເງິນຄວນອອມເງິນຢ່າງໜ້ອຍ 10% ທຸກເດືອນ
    ການເກັບອອມເງິນຕາມຫຼັກເບື້ອງຕົ້ນ ເຮົາຄວນອອມເງິນຢ່າງໜ້ອຍ 10% ຂອງລາຍໄດ້ໃນແຕ່ລະເດືອນ ແລະ ຄວນອອມສະໝໍ່າສະເໝີທຸກເດືອນບໍ່ໃຫ້ຂາດ ເພື່ອຊ່ວຍໃຫ້ເຮົາມີເງິນພໍສຳລັບເປົ້າໝາຍການເງິນຕ່າງໆ ທັງນີ້ເກນຕ່າງໆທີ່ເຮົາແນະນຳເປັນພຽງຄ່າ “ມາດຕະຖານ” ເທົ່ານັ້ນເຊິ່ງໃນການປະຕິບັດຈິງອາດຈະຫຼາຍກວ່າ ຫຼື ໜ້ອຍກວ່າເກນມາດຖານໄດ້ຂຶ້ນຢູ່ກັບຄວາມເໝາະສົມຂອງແຕ່ລະບຸກຄົນໄດ້

ຂໍ້ມູນຈາກ: Krungsri The COACH
#KokkokPAY #ກວດສຸຂະພາບການເງິນ #ສຸຂະພາບການເງິນ #ການເງິນ #ອອມເງິນ
ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kok Kok Pay app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details
Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ