ຕົ້ນໄມ້ເສີມດວງດ້ານການເງິນ ປູກໄວ້ເສີມມຸງຄຸນ

ຕົ້ນໄມ້ເສີມດວງດ້ານການເງິນ
ກາງປີແລ້ວ ຢາກເຮັງ ຢາກປັງເຊີນທາງນີ້ ໃຜກຳລັງຫາຄວາມສົດຊື່ນ ແລະ ຍັງເພີ່ມຄວາມເຮັງ ຄວາມປັງໃຫ້ກັບຕົວເອງຢູ່

Kokkok PAY ມີ 4 ຕົ້ນໄມ້ມຸງຄຸນມາແນະນຳ ເພື່ອທີ່ຈະເສີມຄວາມເຮັງ ເສີມເລື່ອງຂອງເງິນທອງ ແຕ່ທັງນີ້ກໍ່ຂຶ້ນຢູ່ກັບວິຈາລະນະຍານຂອງແຕ່ລະບຸກຄົນດ້ວຍ ຢ່າລໍຊ້າເຮົາໄປເບິ່ງກັນເລີຍວ່າ 4 ຕົ້ນໄມ້ມຸງຄຸນມີຫຍັງແດ່ ໄປເບິ່ງກັນ

  1. ຕົ້ນຖົງເງິນຖົງທອງ ຫຼື Alocasia Mickey Mouse
    ເປັນໄມ້ດ່າງທີ່ມີລາຍດ່າງທີ່ສວຍງາມ ເປັນຕົ້ນໄມ້ທີ່ລ້ຽງງ່າຍ ໃຫຍ່ໄວ ຖົງເງິນຖົງທອງເປັນຕົ້ນໄມ້ທີ່ເໝາະກັບຄົນທີ່ເກີດວັນພະຫັດ ເປັນຕົ້ນໄມ້ເມດຕາມະຫານິຍົມ ເຊື່ອກັນວ່າຖ້າປູກໄວ້ເຮືອນຈະຊ່ວຍປ້ອງກັນຄຸນໄສ ມີອານຸພາກທາງການເງິນ ຄ້າຍກັບມີຖົງເງິນຖົງທອງ ທຳມາຄ້າຂາຍດີ ເກັບເງິນເກັບທອງໄດ້ເປັນແສນເປັນລ້ານ
  2. ວ່ານລວຍລົ້ນຟ້າ ຫຼື Chinese Evergreen
    ດອກມີສີຂາວອອກເປັນຊໍ່ມີກາບຢູ່ດ້ານຂ້າງຂອງໃບ ມີຖິ່ນກຳເນີດຢູ່ໃນເຂດຮ້ອນ ມີທັງໃບສີຂຽວສົດ ແລະ ສີແດງ ປັດຈຸບັນມີການພັດທະນາສາຍພັນຈົນມີຫຼາກຫຼາຍສີ ຫຼາກຫຼາຍຊະນິດ ວ່ານລວຍລົ້ນຟ້າຈັດເປັນຕົ້ນໄມ້ມຸງຄຸນ ເຊິ່ງເຊື່ອກັນວ່າຖ້າຫາກປະດັບໄວ້ທີ່ເຮືອນຈະຊ່ວຍເສີມມຸງຄຸນ ແລະ ໂຊກລາກໃຫ້ກັບຜູ້ປູກ ຖືເປັນຕົ້ນໄມ້ທີ່ສວຍງາມ ແລະ ເສີມລາສີແກ່ສະຖານທີ່ປູກດ້ວຍ
  3. ຕົ້ນຫວາດສະໜາ ຫຼື Dracaenas
    ຕົ້ນຫວາດສະໜາຖືເປັນໄມ້ສ່ຽງທາຍ ຊື່ຕົ້ນຫວາດສະໜາໝາຍເຖິງຄວາມເປັນສິຣິມຸງຄຸນ ໂດຍຄົນບູຮານເຊື່ອວ່າຫາກປູກຕົ້ນໄມ້ວາດສະໜາໄວ້ໃນເຮືອນ ແລະ ດູແລເປັນຢ່າງດີຈົນອອກດອກ ຈະຊ່ວຍໃຫ້ຄົນໃນຄອບຄົວນັ້ນໄດ້ຮັບໂຊກລາກປາຖະໜາສິ່ງໃດກໍ່ຈະໄດ້ດັ່ງຫວັງ ເສີມໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ເສີມຄວາມໝັ້ນຄົງ
  4. ໂຊກເກົ້າຊັ້ນ ຫຼື ຕົ້ນໜ້າງົວໃບ (Anthurium Renaissance)
    ເປັນຕົ້ນໄມ້ມຸງຄຸນທີ່ມີຜູ້ຄົນນິຍົມໃຫ້ເປັນຂອງຂັວນຂຶ້ນເຮືອນໃໝ່ ຫຼື ງານສະເຫຼີມສະຫຼອງ
    ຕ່າງໆ ໂຊກເກົ້າຊັ້ນເປັນຕົ້ນໄມ້ທີ່ດູດຊັບນ້ຳ ແລະ ດູດຊັບອາກາດ ເຮັດໃຫ້ພື້ນທີ່ເຮືອນ ຫຼື ພື້ນທີ່ຫ້ອງ ອາກາດດີ ໂຊກເກົ້າຊັ້ນນັ້ນລ້ຽງງ່າຍ ບໍ່ຕ້ອງດູແລຫຍັງຍາກ ເປັນຕົ້ນໄມ້ທີ່ນຳໂຊກລາກ ຄວາມມັ່ງມີ ແລະ ລໍ່າລວຍ ເງິນທອງໄຫຼມາເທມາ

ຂໍ້ມູນຈາກ: central

#KokkokPAY #ຕົ້ນໄມ້ເສີມດວງດ້ານການເງິນ #ເສີມມຸງຄຸນ #ການເງິນ #ຕົ້ນໄມ້
ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kok Kok Pay app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ