ເກັບເງິນບໍ່ຢູ່ ຢາກຮູ້ວິທີເກັບ ເກັບມາຫຼາຍວິທີແລ້ວບໍ່ໄດ້ຜົນ ໃຜມີບັນຫາແບບນີ້ແດ່?

ກ່ອນອື່ນເຮົາຕ້ອງມາຮູ້ຈັກກັບ ຄະເຄໂບະ (Kakeibo) ກັນກ່ອນ…

ຄະເຄໂບະ (Kakeibo) ມີຄວາມໝາຍວ່າ ສະມຸດບັນຊີຄົວເຮືອນ ຖືກຄິດຄົ້ນຂຶ້ນໃນປີ 1904 ໂດຍ ທ່ານ ຮາມິ ມາໂຕໂກະ ແລະ ມີຈຸດເລີ່ມຕົ້ນທີ່ເຮັດໃຫ້ເປັນທີ່ຮູ້ຈັກກັນໃນວົງກວ້າງມາຈາກໜັງສື Kakeibo: The Japanese Art of Budgeting & Saving Money ທີ່ຂຽນໂດຍ ທ່ານ ຟູມິໂກະ ຊິບະ

ແນວຄິດສຳຄັນຂອງ ຄະເຄໂບະ ຄື: ການຊີ້ໃຫ້ເຫັນເຖິງ “ລາຍຈ່າຍຟຸມເຟືອຍ” ແລະ ຮຽນຮູ້ທີ່ຈະຕັດລາຍຈ່າຍຟຸມເຟືອຍນີ້ອອກໄປ ໂດຍທີ່ຈະເຫັນລາຍໄດ້ທີ່ຊັດເຈນຈາກການລົງມືຂຽນໃສ່ປຶ້ມດ້ວຍຕົວເອງແທນທີ່ຈະໃຊ້ການນຶກທົບທວນພຽງຢ່າງດຽວ

ສ່ວນຈຸດເດັ່ນຂອງ Kakeibo ຄືການກຳນົດລາຍລະອຽດ ແຕ່ລະຂັ້ນຕອນຕາມແບບຄົນຍີ່ປຸ່ນ ເຊິ່ງຈະຊ່ວຍໃຫ້ເຮົາມີເງິນເກັບງ່າຍຂຶ້ນ ພຽງແຕ່ມີປຶ້ມບັນທຶກ ແລະ ບິກ ພ້ອມວິໄນ ກໍ່ສາມາດລົງມືເຮັດໄດ້ແລ້ວ ພຽງແຕ່ເຮັດຕາມນີ້

  1. ແຍກປະເພດລາຍຮັບ ແລະ ລາຍຈ່າຍ
    ເລີ່ມຕົ້ນດ້ວຍການຈົດບັນທຶກລາຍຮັບ ແລະ ລາຍຈ່າຍ ແບບປະຈຳວັນ ແລະ ປະຈຳອາທິດ ແຍກວ່າລາຍໄດ້ໃນແຕ່ລະເດືອນໄດ້ມາເທົ່າໃດ ແລະ ໄດ້ຈາກຊ່ອງທາງໃດແດ່ ໃນຂະນະທີ່ລາຍຈ່າຍຈະແບ່ງຍ່ອຍເປັນໝວດໝູ່ຕ່າງໆເຊັ່ນ: ຄ່າອາຫານ, ຄ່າເດີນທາງ, ຄ່າເຊົ່າເຮືອນ, ຄ່ານໍ້າ, ຄ່າໄຟ ຫຼື ແມ້ແຕ່ຄ່າຮັກສາພະຍາບານ ກໍ່ແບ່ງລາຍຮັບລາຍຈ່າຍອອກມາໄດ້ຢ່າງຊັດເຈນ ແນະນຳໃຫ້ຂຽນເຫດຜົນຄວາມຈຳເປັນຂອງຕົນເອງເອົາໄວ້ດ້ວຍຍິ່ງດີ ບັນຫາຫຼົ້ມເຫຼວຂອງຄົນທີ່ອອມເງິນສ່ວນໃຫຍ່ຄື ບໍ່ມີແບບແຜນທີ່ຊັດເຈນ ແລະ ວິໄນບໍ່ສະໝໍ່າສະເໝີ ໃນການເລີ່ມເຮັດປຶ້ມບັນຊີຄົວເຮືອນນັ້ໜ ຂັ້ນທຳອິດເຮົາຕ້ອງແບ່ງ “ລາຍຮັບ ແລະ ລາຍຈ່າຍ” ອອກໃຫ້ຊັດເຈນນັ້ນເອງ
  2. ພິຖີພິຖັນກັບການໃຊ້ຈ່າຍ
    ຫຼັງຈາກເຮັດບັນຊີໄປ ກໍ່ຍັງກັບມາອ່ານຄືນ ທວນຕັ້ງແຕ່ຕົ້ນເດືອນຮອດທ້າຍເດືອນ ຫຼື ແມ້ແຕ່ທັງໝົດປີ ເພື່ອພິຈາລະນາຄ່າໃຊ້ຈ່າຍທີ່ມີຄວາມສົມເຫດສົມຜົນຫຼືບໍ່ ກໍ່ຄືເບິ່ງຄວາມຈຳເປັນທີ່ຈະຕ້ອງເສຍເງິນໄປນັ້ນເອງ ເພາະຫາກເຮັດໄດ້ແບບນີ້ເຮົາຈະປະຢັດໄດ້ຫຼາຍ ແລະ ມີເງິນອອກມຫຼາຍຂຶ້ນ ນີ້ຄທສິ່ງທີ່ເຮັດໃຫ້ວິທີເກັບເງິນແບບຄົນຍີ່ປຸ່ນແຕກຕ່າງຈາກວິທີທົ່ວໄປ
  3. ເກັບເງິນດ້ວຍຫົວໃຈທີ່ເປັນສຸກ ຫາຈຸດສົມດຸນທີ່ຖືກຕ້ອງ
    ແນ່ນອນວ່າສິ່ງສຳຄັນທີ່ສຸດຂອງການເກັບເງິນແບບນີ້ຄື ເກັບເງິນເພື່ອໃຫ້ຕົວເອງມີຄວາມສຸກ “ບໍ່ແມ່ນ” ເກັບເງິນເພື່ອໃຫ້ຕົວເອງລຳບາກ ເຊິ່ງຫາກອະທິບາຍໃຫ້ເຂົ້າໃຈຫຼາຍງ່າຍໆກໍ່ຄື: ປະຢັດໄດ້ແຕ່ຕ້ອງບໍ່ງົກ ຈົນຂາດການເຕີມເຕັມຄວາມສຸກໃຫ້ຕົວເອງ ເພາະເປົ້າໝາຍສູງສຸດຂອງການມີຊີວິດນັ້ນຄື “ຄວາມສຸກ” ບໍ່ແມ່ນ “ເງິນ” ເພາະເງິນກໍ່ເປັນພຽງແຕ່ສ່ວນປະກອບໜຶ່ງໃນຊີວິດເທົ່ານັ້ນ ການໃຊ້ຊີວິດທີ່ສົມດຸນຈະເຮັດໃຫ້ຊີວິດຂອງທ່ານມີຄວາມສຸກນັ້ນເອງ

    ຂໍ້ມູນຈາກ: THE MONEY

#KokkokPAY #ອອມເງິນ #ຍີ່ປຸ່ນ #ການເງິນ #ໃຊ້ຈ່າຍ
ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kok Kok Pay app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ