ວັນເກີດບອກນິໄສການເງິນ

ຮູ້ຫຼືບໍ່ວ່າວັນເກີດເອງກໍ່ສາມາດບອກລັກສະນະນິໄສການເງິນໄດ້ເຊັ່ນກັນ ເຊິ່ງແຕ່ລະວັນນັ້ນກໍ່ຈະມີລັກສະນະນິໄສກ່ຽວກັບເລື່ອງເງິນ ແຕກຕ່າງກັນອອກໄປ ມື້ນີ້ Kokkok PAY ມີເລື່ອງລາວຂອງນິໄສການເງິນຂອງແຕ່ລະວັນມາຝາກກັນ ມາເບິ່ງກັນເລີຍວ່າຈະຕົງກັນຫຼືບໍ່ ໄປເບິ່ງກັນເລີຍ

  • ຄົນເກີດວັນອາທິດ
    ມັກວາງແຜນກ່ອນການໃຊ້ຈ່າຍຢູ່ສະເໝີ ໃນເລື່ອງຂອງການລົງທຶນ ຈະຄຳນວນເຖິງຄວາມຄຸ້ມຄ່າທຸກກີບ ຕ້ອງຄຸມໃຫ້ລະອຽດ ແຕ່ບັນຫາຄືຖ້າຢາກຈະເປັນຄົນໃຈໃຫຍ່ ກໍ່ຍອມທຸ່ມເກືອບໝົດຕົວໂດຍບໍ່ຄິດເລີຍທີດຽວ
  • ຄົນເກີດວັນຈັນ
    ດ້ວຍຄວາມທີ່ເປັນຄົນໃຈອ່ອນ ມັກອີ່ຕົນຄົນ ອາດຈະເສຍເງິນກັບເລື່ອງຂອງການຊ່ວຍເຫຼືອຄົນອື່ນສ່ວນຫຼາຍ ແຕ່ດ້ວຍຄວາມເປັນຄົນທີ່ກັງວົນໃນເລື່ອງຂອງຄວາມໝັ້ນຄົງຈຶ່ງບໍ່ມັກເອົາເງິນອອມອອກມາໃຊ້
  • ຄົນເກີດວັນອັງຄານ
    ຄົນເກີດມື້ນີ້ເປັນກຸ່ມຄົນທີ່ຄິດໄຕ່ຕອງຢ່າງຮອບຄອບ ບໍ່ຟຸ່ມເຟືອຍ ແລະ ໃຊ້ຈ່າຍຢ່າງປະຢັດ ມັກຄວາມໝັ້ນຄົງ ແລະ ມັກຈະຫາວິທີສ້າງລາຍໄດ້ເປັນຄົນເກັບເງິນເກັ່ງ
  • ຄົນເກີດວັນພຸດ
    ມັກວາງແຜນການເງິນ ທຸກການໃຊ້ຈ່າຍຈະຖືກຄຳນວນມາຢ່າງຮອບຄອບ ຈຶ່ງເອີ້ນໄດ້ວ່າເປັນນັກວາງແຜນທາງການເງິນທີ່ດີເລີຍທີດຽວ ເຮັດໃຫ້ເກັບເງິນເກັ່ງ ແລະ ມີເງິນສຳຮອງຢູ່ໃນທຸກຮູບແບບ
  • ຄົນເກີດວັນພະຫັດ
    ເປັນຄົນຮູ້ຄຸນຄ່າໃນເລື່ອງຂອງການໃຊ້ຈ່າຍ, ມີລະບຽບ ແລະ ມັກວາງແຜນໃນເລື່ອງຂອງການເງິນ ມີຄວາມແມ່ນຍຳ ແລະ ລະອຽດໃນເລື່ອງຂອງບັນຊີລາຍຮັບ-ລາຍຈ່າຍ ສ່ວນຫຼາຍຈະເປັນຄົນມັກອອມເງິນໃນຮູບແບບຂອງການຝາກປະຈຳ ແລະ ການລົງທຶນທີ່ມີຜົນຕອບແທນທີ່ດີ
  • ຄົນເກີດວັນສຸກ
    ຄົນເກີດວັນສຸກເປັນຄົນທີ່ບໍ່ມັກສົນໃຈເລື່ອງການເງິນ ຫາກຈະເກັບເງິນຈະເປັນຄົນເກັບເງິນບໍ່ເປັນລະບຽບ ບໍ່ມັກເກັບໄວ້ເປັນທີ່ເປັນທາງ ແຕ່ຫາກຕ້ອງການຈະໃຊ້ເງິນ ສາມາດຫາໄດ້ຈາກທົ່ວຫ້ອງ ວິທີການອອມເງິນທີ່ເໝາະສົມຄືການຝາກທະນາຄານທຸກໆເດືອນ ແລະ ການຢອດເງິນໃສ່ກະປຸກອອມສິນ
  • ຄົນເກີດວັນເສົາ
    ຄົນເກີດວັນເສົາເປັນກຸ່ມທີ່ມີຄວາມອົດທົນສູງ ຈຶ່ງເຮັດໃຫ້ມີຄວາມອົດທົນໃນການເກັບອອມຫຼາຍ ເມື່ອຢາກໄດ້ສິ່ງຂອງສິ່ງໃດກໍ່ຕາມ ເປັນຄົນບໍ່ຕາມໃຈຕົວເອງ ຮູ້ຈັກໃຊ້ຈ່າຍ ມີວິໄນໃນການອອມເງິນຫຼາຍກວ່າຄົນເກີດວັນອື່ນໆ ແລະ ບໍ່ມັກເປີດເຜີຍເລື່ອງເງິນໃຫ້ໃຜໄດ້ຮູ້

ເປັນແບບໃດກັນແດ່ ຕົງກັນກັບຕົວເອງຫຼືບໍ່ ແຕ່ລະວັນເກີດມີມີທັງຂໍ້ດີ-ຂໍ້ເສຍ ໃນເລື່ອງຂອງຄວາມຄິດ ພຶດຕິກຳທີ່ບົ່ງບອກກ່ຽວກັບການເງິນ ດັ່ງນັ້ນລອງປັບປ່ຽນຈຸດດ້ວຍຂອງຕົວເອງ ຈະໄດ້ເປັນປະໂຫຍດສຳລັບການອອມເງິນຂອງຕົວເອງໄດ້ດ້ວຍ

ທີ່ມາຂອງຂໍ້ມູນ: moneyguru.co.th

#KokkokPAY #ດວງວັນເກີດ #ນິໄສການເງິນ #ເກັບເງິນ #ວັນເກີດ

ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kok Kok Pay app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details 

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ