ຂາຍສົ່ງຂາຍຍ່ອຍຕ່າງກັນແບບໃດ?

ຫຼາຍຄົນເຄີຍສົງໃສຄືກັນບໍ່ວ່າ ເວລາໄປຊື້ເຄື່ອງຈະມີຄຳວ່າຂາຍສົ່ງ-ຂາຍຍ່ອຍ ສອງຢ່າງນີ້ມັນແຕກຕ່າງກັນແນວໃດ ແລ້ວຜູ້ບໍລິໂພກແບບເຮົາເໝາະສົມກັບການື້ສິນຄ້າແບບໃດ ມື້ນີ້ Kokkok PAY ມີຄຳຕອບມາຝາກກັນ

• ການຂາຍຍ່ອຍ
ການຈຳໜ່າຍສິນຄ້າທີ່ຜູ້ບໍລິໂພກສາມາດຊື້ໄດ້ຕັ້ງແຕ່ 1 ຊິ້ນຂຶ້ນໄປ ລາຄາຈະແພງກວ່າການຊື້ສິນຄ້າລາຄາສົ່ງ ສ່ວນໃຫຍ່ຜູ້ບໍລະໂພກທີ່ຈະນຳສິນຄ້ານັ້ໜໄປໃຊ້ດ້ວຍຕົວເອງ ຫຼື ນຳໄປໃຊ້ໃຫ້ຄົນໃນຄອບຄົວ ຜູ້ບໍລິໂພກທີ່ຊື້ສິນຄ້າແບບຂາຍຍ່ອຍບໍ່ຈຳເປັນຕ້ອງຊື້ພຽງຊິ້ນດຽວສະເໝີໄປ ແຕ່ສາມາດຊື້ໃນຈຳນວນຫຼາຍໄດ້ເຊັ່ນກັນ

• ການຂາຍສົ່ງ
ການຈຳໜ່າຍສິນຄ້າຈຳນວນຫຼາຍໃຫ້ແກ່ຜູ້ບໍລິໂພກທີ່ເປັນຜູ້ຂາຍຍ່ອຍ ທີ່ລາຄາຕ່ຳກວ່າການຂາຍຍ່ອຍ ເນັ້ນການຊື້ຈຳນວນຫຼາຍ ຜູ້ບໍລິໂພກນິຍົມທີ່ຈະນຳໄປຂາຍຕໍ່ ຫຼື ເພື່ອໃຊ້ໃນການເຮັດທຸລະກິດເຊັ່ນ:​ ໂຮງງານອຸດສາຫະກຳ ໂດຍຜູ້ຄ້າສົ່ງອາດເປັນຜູ້ຜະລິດເອງ ຫຼື ຜູ້ທີ່ຮັບສິນຄ້າມາຈາກບໍລິສັດຜູ້ຜະລິດມາຂາຍ ເປັນສ່ວນໜຶ່ງໃນການຊ່ວຍກະຈາຍສິນຄ້າໄປຍັງຮ້ານຄ້າຍ່ອຍຕ່າໆ ເຊິ່ງສິນຄ້າຈະຊື້ເປັນໂຫຼ ຫຼື ຍົກລົງເປັນສ່ວນໃຫຍ່ ລັກສະນະການຄ້າສົ່ງຈະມີະໜາດໃຫຍ່ກວ່າຮ້ານຄ້າຍ່ອຍ ຜູ້ລົງທຶນຕ້ອງໃຊ້ເງິນລົງທຶນສູງ ຕ້ອງມີຄວາມໝັ້ນຄົງທາງທຸລະກິດ ຕົວຮ້າອາດຈະມີທຳເລທີ່ຕັ້ງ ຫຼື ບັນຍາກາດທີ່ເອົາໃຈຜູ້ບໍລິໂພກນ້ອຍກວ່າຮ້ານຄ້າຍ່ອຍ ເພາະບໍ່ໄດ້ເນັ້ນຜູ້ບໍລິໂພກທີ່ຊື້ໄປໃຊ້ເອງ ແຕ່ເນັ້ນການຂາຍໃຫ້ກັບຜູ້ຄ້າຍ່ອຍທີ່ນຳໄປຂາຍຕໍ່

#KokkokPAY #ຂາຍສົ່ງຂາຍຍ່ອຍຕ່າງກັນແບບໃດ #ຂາຍສົ່ງ #ຂາຍຍ່ອຍ #Shopping

ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store

https://apps.apple.com/th/app/kokkok-pay/id6444021257

Google Play store

https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ