ກຣຸບເລືອດບອກນິໄສການໃຊ້ເງິນ

ນອກຈາກວັນເດືອນປີເກີດ ກຣຸບເລືອດກໍ່ສາມາດທຳນາຍເລື່ອງຕ່າງໆໄດ້ເຊັ່ນກັນ!!! ຫຼາຍຄົນອາດຈະເຄີຍໄດ້ຍິນຂໍ້ມູນກັນມາແດ່ແລ້ວ ໃນເລື່ອງການທາຍກຣຸບເລືອດ ບໍ່ວ່າຈະເປັນເລື່ອງຄວາມຮັກ ເລື່ອງນິໄສ ຫຼື ເລື່ອງສຸຂະພາບ

ແຕ່ມື້ນີ້ kokkok Pay ມີການທາຍນິໄສເລື່ອງການເງິນມາຝາກກັນ ກຣຸບເລືອດໃດຈະມີນິໄສເລື່ອງການເງິນແບບໃດກັນແດ່ນັ້ນ ມາເບິ່ງກັນເລີຍ

ກຣຸບເລືອດບອກນິໄສການໃຊ້ເງິນ

ເລືອດກຣຸບ A
ເປັນກຣຸບທີ່ເກັບເງິນໄດ້ເກັ່ງ ມີເງິນເຫຼືອເລັກໆນ້ອຍໆກໍ່ເອົາເຂົ້າບັນຊີ ແຕ່ວ່າເມື່ອເຖິງເວລາທີ່ຕ້ອງໃຊ້ກໍ່ມັກຈະເທອອກມາໝົດໜ້າຕັກຈົນໃນເງິນກະເປົາກ້ຽງ ຄົນກຣຸບ A ຈະມີລົດຊະນິຍົມສູງ ນິຍົມຂອງເເບຣນເນມ ທີ່ສຳຄັນຄົນກຣຸບນີ້ເຊື່ອວ່າຕົນເອງນັ້ນຮູ້ໂຕດີວ່າກຳລັງເຮັດຫຍັງຢູ່ ແຕ່ມັກເອົາເງິນໄປໃຊ້ຜິດບ່ອນ

ເລືອດກຣຸບ B
ຄົນກຣຸບນີ້ມັກໃຊ້ອາລົມເປັນການຕັດສິນໃຈ ບາງຄັ້ງກໍ່ປະຢັດຫຼາຍ ບາງຄັ້ງກໍ່ມັກຊື້ຂອງຫຼູຫຼາໄດ້ຢ່າງບໍ່ເສຍດາຍເງິນ ເປັນເພາະຄວາມຢາກໄດ້ນັ້ນເອງ ແລະ ບາງຄັ້ງມັກເຮັດເລື່ອງຜິດພາດທາງການເງິນງ່າຍໆ ສ່ວນໃຫຍ່ຈະເກັບເງິນໄດ້ດີຍາມທີ່ມີກົດຂໍ້ບັງຄັບເຊັ່ນ: ຝາກປະຈຳ

ເລືອດກຣຸບ O
ຄົນກຣຸບ O ເລື່ອງການເງິນຂ້ອນຂ້າງມີຄວາມເປັນລະບຽບວິໄນກວ່າກຣຸບອື່ນໆ ແຕ່ມັກໄປເສຍເງິນໃນເລື່ອງເລັກໆນ້ອຍໆ ເຊັ່ນ: ໜັງສືກາຕູນ ກະເປົາ ຫຼື ແມ້ແຕ່ກິບຕິດຜົມ ທີ່ສຳຄັນຄົນກຣຸບນີ້ມັກມີເງິນແອບເກັບໄວ້ ກ້ອນໃຫຍ່ຢູ່ສະເໝີ ຈຶ່ງມັກບໍ່ຄ່ອຍມີບັນຫາເລື່ອງເງິນໆທອງໆ

ເລືອດກຣຸບ AB
ດ້ວຍລັກສະນະນິໄສທີ່ເປັນຄົນຄິດຫຼາຍ ເວລາໃຜຊວນເຮັດປະກັນຊີວິດ ຫຼື ກອງທຶນຕ່າງໆ ກໍ່ມັກປະຕິເສດ ຫຼື ບໍ່ໃຫ້ຄຳຕອບ ແຖມຄວາມຄິດຫຼາຍນັ້ນບໍ່ຄ່ອຍອອກເປັນຮູບປະທຳເທົ່າໃດ ມັກຄິດແລ້ວກໍ່ຫຼົງລືມໄປ ປ່ອຍໃຫ້ເປັນບັນຫາຢູ່ແບບນັ້ນ ແຕ່ກຣຸບເອບີບາງຄົນກໍ່ເປັນສຸດຍອດໃນການໝຸນເງິນທີ່ຫາຕົວຈັບຍາກທີດຽວ

#kokkokPay #ກຣຸບເລືອດບອກນິໄສການໃຊ້ເງິນ #ກຣຸບເລືອດ #ນິໄສການໃຊ້ເງິນແຕ່ລະກຣຸບເລືອດ #ການໃຊ້ເງິນ
ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kok Kok Pay app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details 

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ