ເຮັດແບບໃດ? ໃຫ້ເງິນໄປເຮັດວຽກໃຫ້ເຮົາ

ໃຜເຄີຍໄດ້ຍິນຄຳວ່າໃຫ້ເງິນໄປເຮັດວຽກແດ່ ແລ້ວເງິນຈະໄປເຮັດວຽກໃຫ້ເຮົາໄດ້ແບບໃດ

ມື້ນີ້ Kokkok PAY ມີຄຳຕອບມາຝາກກັນ ມາເບິ່ງກັນເລີຍ

ກ່ອນອື່ນເຮົາຕ້ອງຮູ້ກ່ອນວ່າລລາຍໄດ້ມີ 2 ແບບຄື:

1. ຕ້ອງເຮັດວຽກຈຶ່ງໄດ້ເງິນຄື ກຸ່ມທີ່ເຮັດວຽກແລກເງິນ ທັງພໍ່ຄ້າແມ່ຂາຍ ແຮງງານ ມະນຸດເງິນເດືອນຕ່າງໆ

2. ບໍ່ຕ້ອງເຮັດວຽກ ກໍ່ໄດ້ເງິນ ເງິນຈະໄຫຼເຂົ້າມາໂດຍຜ່ານເຄື່ອງມືຫຼາຍຮູບແບບ ທີ່ເຂົາເອີ້ນກັນວ່າ “ໃຫ້ເງິນເຮັດວຽກ” ໂດຍເງິນຈະສາມາດເຮັດວຽກໃຫ້ເຮົາໄດ້ດັ່ງນີ້

ເຮັດແບບໃດ? ໃຫ້ເງິນໄປເຮັດວຽກໃຫ້ເຮົາ

• ລາຍໄດ້ຈາກດອກເບ້ຍ
ການຝາກເງິນປະຈຳກັບທະນາຄານ ລວມໄປເຖິງການລົງທຶນໃນພັນທະບັດລັດຖະບານ ເຖິງແມ່ນວ່າດອກເບ້ຍຈະໜ້ອຍ ແຕ່ຄວາມສ່ຽງຕໍ່າ ເງິນຕົ້ນຂອງເຮົາບໍ່ສູນຫາຍແນ່ນອນ
• ລາຍໄດ້ຈາກຄ່າເຊົ່າ
ການລົງທຶນດ້ານອະສັງຫາລິມະຊັບເຊັ່ນ: ປ່ອຍເຮືອນໃຫ້ເຊົ່າ, ປ່ອຍຄອນໂດໃຫ້ເຊົ່າ, ເຮັດຫ້ອງແຖວ, ເຮັດອາພາສເມັ້ນໃຫ້ເຊົ່າ ຫຼື ການຊື້ມາຂາຍໄປ ເຮືອນ, ຄອນໂດ, ທີ່ດິນວ່າງ ວິທີນີ້ເໝາະກັບນັກລົງທຶນທີ່ມີກຳລັງຊັບປະມານໜຶ່ງແລ້ວ
• ລາຍໄດ້ຈາກການລົງທຶນທຸລະກິດ
ການລົງທຶນປະເພດທຸລະກິດແຟຣນໄຊຣ໌ ຜູ້ເປັນແຟຣນໄຊຣ໌ ຫຼື ແບຣນແມ່ເອງ ຕ້ອງມີລະບົບບໍລິຫານຈັດການທຸລະກິດທີ່ດີ ເພື່ອສ້າງຜົນກຳໄລໄດ້ຢ່າງຍືນຍົງ ເຮັດໃຫ້ມີຄົນມາຂໍຊື້ແຟຣນໄຊຣ໌ເຮົານັ້ນເອງ
ເຫັນບໍ່ວ່າການໃຫ້ເງິນໄປເຮັດວຽກໃຫ້ເຮົານັ້ນມີຫຼາຍຫຼາຍວິທີ ແຕ່ກໍ່ຢ່າລືມວ່າຈະມີລາຍໄດ້ຈາກການໃຫ້ເງິນໄປເຮັດວຽກໃຫ້ເຮົານັ້ນ ເຮົາຕ້ອງມີຕົ້ນທຶນທີ່ດີໃນການລົງທຶນກ່ອນ

#kokkokPay #ເຮັດແບບໃດໃຫ້ເງິນໄປເຮັດວຽກໃຫ້ເຮົາ #ເງິນເຮັດວຽກ
ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kok Kok Pay app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ