ຊ໊ອບຂອງກິນ ພິຊິດອາກາດຮ້ອນ

ໃນມື້ພັກວຽກ ລະດູຮ້ອນແບບນີ້ ຫຼາຍຄົນຫາເທັກນິກວິທີທີ່ຄາຍຮ້ອນ ບໍ່ວ່າຈະອາບນ້ຳ ດື່ມນ້ຳຫຼາຍໆ ລວມເຖິງຫາຂອງກິນຄາຍຮ້ອນທີ່ໄດ້ປະໂຫຍດ ເພີ່ມຄວາມສົດຊື່ນລະຫວ່າງວັນ

ມື້ນີ້ Kokkok PAY ມີຂອງກິນຄາຍຮ້ອນມາຝາກກັນ ແຕ່ຈະມີຫຍັງແດ່ນັ້ນ ໄປເບິ່ງກັນເລີຍ

ໝາກໄມ້ແຊ່ເຢັນ
ຊ່ວງໜ້າຮ້ອນແບບນີ້ ເປັນຊ່ວງທີ່ໝາກໄມ້ຕ່າງໆອອກຜົນຜະລິດຕາລະດູການກັນຫຼາຍຢ່າງເຊັ່ນ: ໝາກທຸລຽນ, ໝາກ​ເງາະ, ໝາກມີ້, ໝາກມັງຄຸດ ໝາກໄມ້ເປັນອາຫານທີ່ອຸດົມໄປດ້ວຍນ້ຳ, ນ້ຳຕານ ແລະ ວິຕາມິນອີກຫຼາກຫຼາຍ ການນຳເອົາໝາກໄມ້ມາແຊ່ເຢັນຈະເປັນການເພີ່ມຄວາມສົດຊື່ນຫຼັງການກິນ ແທນການດື່ມນ້ຳໝາກໄມ້ ແລະ ນ້ຳຫວານຕ່າງໆ ທັງນີ້ຄວນກິນໝາກໄມ້ແຕ່ພໍດີ ບໍ່ຫຼາຍຈົນເກີນໄປ ເພາະໝາກໄມ້ບາງຊະນິດມີນ້ຳຕານເປັນສ່ວນປະກອບຢູ່ຫຼາຍ

ນ້ຳສະໝຸນໄພ
ນ້ຳສະໝຸນໄພຕ່າງໆເຊັ່ນ: ນ້ຳເກັກຮວຍ, ນ້ຳກະຈຽບ, ນ້ຳໃບບົວບົກ, ນ້ຳໝາກຕູມ, ນ້ຳໝໍ້ນ້ອຍ ນຳມາແຊ່ເຢັນ ຫຼື ໃສ່ນ້ຳກ້ອນ ກໍ່ສາມາດຊ່ວຍດັບກະຫາຍ ເພີ່ມຄວາມສົດຊື່ນ ໄດ້ຢ່າງເປັນທຳມະຊາດ ບໍ່ມີອັນຕະລາຍ ແຖມມີປະໂຫຍດຕໍ່ຮ່າງກາຍທີ່ມາພ້ອມກັບສະໝຸນໄພຕ່າງໆ
ກະແລັມ
ກະແລັມສ່ວນໃຫຍ່ແລ້ວມີສ່ວນປະສົມຫຼັກເປັນນົມທີ່ອຸດົມໄປດ້ວຍໂປຣຕີນ, ແຄລຊຽມ ແລະ ໃຫ້ພະລັງງານ ຖ້າໃຜຮູ້ສຶກເມື່ອຍ, ຮູ້ສຶກບໍ່ມີແຮງ ການໄດ້ກິນກະແລັມຈະເຮັດໃຫ້ຮ່າງກາຍມີພະລັງ ສູ້ກັບການເຮັດວຽກລະຫວ່າງວັນໄດ້ ເນື່ອງຈາກກະແລັມປະກອບດ້ວຍຄຣາໂບໄຮເດດ,​ ໄຂມັນ ແລະ ໂປຣຕີນ ຈຶ່ງຊ່ວຍໃນການຟື້ນຟູຮ່າງກາຍ ແລະ ລົດຄວາມອ່ອນເພຍໄດ້ເປັນຢ່າງດີ
• ເຂົ້າໜົມຫວານ
ເຂົ້າໜົມຫວານເຢັນລົດຊາດສົດຊື່ນເຊັ່ນ: ເຂົ້າໜົມຫວານ, ນ້ຳແຂງໃສ, ນ້ຳຫວານ, ເສົາກ້ວຍ ຫຼື ບິງຊູ ອາກາດຮ້ອນແບບນີ້ໄດ້ຂອງຫວານຈັກຖ້ວຍຄືຈະດີ ແຕ່ຕ້ອງລະວັງໃນການກິນນຳ ສາມາດກິນໄດ້ໃນປະລິມານທີ່ພໍເໝາະ ຫາກກິນຫຼາຍເກີນໄປອາດສົ່ງຜົນເສຍຕໍ່ສຸຂະພາບໃນໄລຍະຍາວໄດ້

ນີ້ກໍ່ເປັນຕົວຢ່າງຂອງອາຫານຄາຍຮ້ອນ ທີ່ຊ່ວຍລົດຄວາມຮ້ອນໄດ້ແທ້ ໃຜທີ່ຮູ້ສຶກຮ້ອນ ແລະ ບໍ່ຢາກກິນຫຍັງ ລອງນຳຄຳແນະນຳຂອງ Kokkok PAY ໄປໃຊ້ໄດ້ເດີ ແຕ່ຢ່າລືມວ່າຕ້ອງກິນຢ່າງລະມັດລະວັງ ແລະ ພໍດີ ຖ້າຫຼາຍເກີນໄປອາດຈະເຮັດໃຫ້ຕຸ້ຍໄດ້ເຊັ່ນກັນ ຫຼື ຫາກໃຜບໍ່ຮູ້ຈະໄປຊື້ຂອງກິນຄາຍຮ້ອນໄດ້ຢູ່ໃສ ສາມາດແວະໄປຊ໊ອບຂອງກິນຄາຍຮ້ອນໄດ້ທີ່ Kokkok M MART ໄປເລືອກເບິ່ງຂອງກິນເຫຼົ່ານີ້ກັນໄດ້ເລີຍ ແລະ ຢ່າລືມໃຊ້ຈ່າຍຜ່ານ Kokkok PAY ເດີ ຊ໊ອບປຸ໊ບໄດ້ເງິນຄືນທັນທີ 2% ກັນເລີຍ ຄຸ້ມແນ່ນອນ


#KokkokPAY #ຊ໊ອບຂອງກິນພິຊິດອາກາດຮ້ອນ #Shopping
ສາມາດດາວໂຫຼດ ແອັບ KOK KOK Pay ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ