VAT ຄືຫຍັງ? ເປັນຫຍັງຈຶ່ງໄປຢູ່ໃນໃບບິນ

ນັກຊ໊ອບຫຼາຍຄົນເຄີຍສົງໄສບໍ່ວ່າ ໃນໃບບິນຫຼັງຈາກທີ່ເຮົາຊື້ສິນຄ້ານັ້ນ ປະກອບດ້ວຍຫຍັງແດ່ ໜຶ່ງໃນໃບບິນທີ່ຫຼາຍໆຄົນມີຂໍ້ສົງໄສວ່າມັນຄືຫຍັງ ໃນນັ້ນກໍ່ຄື VAT ນັ້ນເອງ ເຊິ່ງຈະຖືກຄິດເພີ່ມຂຶ້ນມາຈາກສິນຄ້າທີ່ເຮົາຊື້ ມື້ນີ້

Kokkok PAY ຈະພາມາຮູ້ຈັກ VAT ກັນວ່າຄວາມໝາຍທີ່ຈິງຂອງ VAT ນັ້ນຄືຫຍັງ

VAT(ມູນຄ່າເພີ່ມ) ຄື: ເປັນການເກັບພາສີຈາກການຂາຍສິນຄ້າ ຫຼື ການໃຫ້ບໍລິການ ໃນແຕ່ລະຂັ້ນຕອນການຜະລິດ ແລະ ຈຳໜ່າຍສິນຄ້າ ຫຼື ບໍລິການ ທັງຜະລິດພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດ ໂດຍຈັດຢູ່ໃນພາສີທາງອ້ອມ (ພາສີທີ່ເກັບຈາກສ່ວນນີ້ ເປັນພາສີທີ່ໃຫ້ຜູ້ຊື້ ຫຼື ຜູ້ບໍລິໂພກ ຮັບພາລະການຈ່າຍພາສີແທນຜູ້ຂາຍ)

VAT ຄືຫຍັງ? ເປັນຫຍັງຈຶ່ງໄປຢູ່ໃນໃບບິນ

ຜູ້ປະກອບການຈະຄິດຄຳນວນພາສີ ແລະ ບວກກັບລາຄາສິນຄ້າ ແລະ ບໍລິການເອົາໄວ້ແລ້ວ ໂດຍຈະແຍກໃຫ້ເຮົາເຫັນຊັດເຈນ ວ່າສິນຄ້າລາຄາເທົ່າໃດ ແລະ ພາສີມູນຄ່າເພີ່ມອີກເທົ່າໃດເຊັ່ນ: ຖ້າສິນຄ້າຢ່າງໜຶ່ງລາຄາ 200.000 ກີບ ທາງຮ້ານຈະຂາຍ 260.000 ກີບ ເພາະເປັນພາສີມູນຄ່າເພີ່ມອີກ 60.000 ກີບນັ້ນເອງ ເຊິ່ງພາສີມູນຄ່າເພີ່ມນີ້ເຮົາກໍ່ຈະເຫັນວ່າມັນຢູ່ໃນການໃຊ້ຈ່າຍທັງໝົດຂອງເຮົາ ບໍ່ວ່າຈະເປັນການຊື້ສິນຄ້າໃນຫ້າງສັບພະສິນຄ້າ ຫຼື ແມ້ແຕ່ຈ່າຍຄ່າອາຫານຕ່າງໆ ກໍ່ໜີບໍ່ພົ້ນທີ່ຕ້ອງທີ່ຕ້ອງຈ່າຍພາສີມູນຄ່າເພີ່ມຢູ່ດ້ວຍ ດັ່ງນັ້ນຫຼັງຈາກຊື້ສິນຄ້າແລ້ວຢ່າລືມເບິ່ງໃນໃບບິນກັນວ່າເຮົາເສຍພາສີມູນຄ່າເພີ່ມໄປເທົ່າໃດ ລອງກວດກັນເບິ່ງເດີ

#KokkokPAY #vat #ອາກອນມູນຄ່າເພີ່ມ
ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ