ເງິນອອມສຸກເສີນສຳຄັນແບບໃດ?

ການອອມເງິນຫຼາຍໆຄົນອາດຈະມີວີທີການອອມທີ່ແຕກຕ່າງກັນໄປ ບາງຄົນອອມເງິນເພື່ອໃຊ້ຈ່າຍຊື້ຂອງທີ່ຢາກໄດ້ ບາງຄົນອອມເງິນເພື່ອໄວ້ໃນອະນາຄົດ ແຕ່ຫຼາຍຄົນອາດຈະເບິ່ງຂ້າມການອອມເງິນສຳຮອງ ແລະ ເງິນສຸກເສີນກັນໄປ ສຸກເສີນເພາະເຫດການບໍ່ຄາດຄິດ ອາດຈະເກີດຂຶ້ນໄດ້ຕະຫຼອດເວລາບໍ່ວ່າຈະເປັນຕອນ ຕົກງານ, ອຸບັດເຫດ ຫຼື ເຈັບປ່ວຍກະທັນຫັນ ແລະ ອາດສົ່ງຜົນກະທົບກັບລາຍໄດ້ຂອງເຮົາ

ມື້ນີ້ Kokkok PAY ຈະພາມາຮູ້ຈັກກັບເງິນສຸກເສີນກັນ ໄປເບິ່ງກັນວ່າເງິນສຸກເສີນສຳຄັນແບບໃດ

ເງິນອອມສຸກເສີນສຳຄັນແບບໃດ?

ເງິນອອມສຸກເສີນຄືຫຍັງ?

ເງິນເກັບທີ່ມີສະພາບຄ່ອງສູງ ສາມາດເບີກຖອນນຳມາໃຊ້ໄດ້ງ່າຍ ແລະ ໄວ ຫາກເຮົາຕ້ອງການໃຊ້ຈ່າຍທັນທີ

ເງິນອອມສຸກເສີນຄວນສຳຮອງໄວ້ເທົ່າໃດ?

ສິ່ງທຳອິດທີ່ເຮົາຈະຕ້ອງເຮັດຄືການປະເມີນຄ່າໃຊ້ຈ່າຍໃນແຕ່ລະເດືອນຂອງຕົວເອງ ຫາກເຮົາບໍ່ມີລາຍໄດ້ໜຶ່ງເດືອນນັ້ນຈະເຫັນຄ່າໃຊ້ຈ່າຍຫຍັງແດ່ ໂດຍຈະພິຈາລະນາຄ່າໃຊ້ຈ່າຍທີ່ຈຳເປັນໃນຊີວິດກ່ອນ ເງິນສຸກເສີນຄວນມີຢ່າງໜ້ອຍ 3 ເທົ່າ ຂອງຄ່າໃຊ້ຈ່າຍໃນແຕ່ລະເດືອນ ແລະ ຖ້າໃຫ້ປອດໄພທີ່ສຸດ ຈະມີ 6 ເທົ່າ ຂອງຄ່າໃຊ້ຈ່າຍໃນແຕ່ລະເດືອນກໍ່ໄດ້ເຊັ່ນກັນ

ຂໍ້ລະວັງໃນການອອມເງິນສຸກເສີນ

ຫ້າມນຳໄປເກັບໄວ້ໃນ ຫຸ້ນ ຫຼື ຄຳ ເພາະເຖິງເວລາໃຊ້ໃນຊ່ວງເລັ່ງດ່ວນຕ້ອງຂາຍອອກມາແລ້ວ ອາດຂາດທຶນໄດ້ ຖ້າບໍ່ແມ່ນເຫດສຸກເສີນແທ້ ຫ້າມນຳເງິນສຳຮອງກ້ອນນີ້ອອກມາໃຊ້ໂດຍເດັດຂາດ

ເງິນສຸກເສີນເປັນສິ່ງຈຳເປັນທີ່ທຸກຄົນຕ້ອງກຽມຄວາມພ້ອມເອົາໄວ້ເພື່ອຮອງຮັບວິກິດຕ່າງໆ ທີ່ອາດຈະເກີດຂຶ້ນໄດ້ຢ່າງບໍ່ຄາດຄິດ ເລີ່ມຕົ້ນຈາກການຄຳນວນຄ່າໃຊ້ຈ່າຍໃນແຕ່ລະເດືອນ ແລະ ພິຈາລະນາຄວາມໝັ້ນຄົງຂອງອາຊີບທີ່ເຮັດ ເພື່ອກຳນົດວ່າຈະຕ້ອງສຳຮອງເງິນຍາວນານເທົ່າໃດໃຫ້ເໝາະສົມກັບຕົວເອງ ບາງຄັ້ງອາດຈະເກີດວິກິດຂຶ້ນໄດ້ ບໍ່ວ່າວິກິດນັ້ນໆຈະມີຂະໜາດໃຫຍ່ ຫຼື ນ້ອຍກໍ່ຕາມ ແຕ່ຜົນທີ່ຕາມມານັ້ນກໍ່ສາມາດສ້າງບັນຫາທາງການເງິນໃຫ້ກັບທຸກຄົນໄດ້ ໂດຍສະເພາະເມື່ອສົ່ງຜົນກະທົບທີ່ເຮັດໃຫ້ເຮົາຂາດລາຍໄດ້ ແຕ່ຍັງມີຄ່າໃຊ້ຈ່າຍທີ່ຕ້ອງໃຊ້ໃນແຕ່ລະເດືອນຢູ່ ດັ່ງນັ້ນແລ້ວສິ່ງທີ່ຕ້ອງກຽມພ້ອມໃຫ້ດີກໍ່ຄື ການມີເງິນສຳຮອງສຸກເສີນນັ້ນເອງ

#KokkokPAY #ເງິນອອມສຸກເສີນສຳຄັນແບບໃດ #ເງິນອອມສຸກເສີນ

ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store

https://apps.apple.com/th/app/kokkok-pay/id6444021257

Google Play store

https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ