ສິ່ງທີ່ຄວນນຶກເຖິງ ກ່ອນເລີ່ມການລົງທຶນຄຳ

“ຄຳ” ນັ້ນເປັນສິ່ງທີ່ຢູ່ກັບເຮົາມາດົນທັງໃນຖານະເຄື່ອງວັດຄວາມຮັ່ງມີຂອງບຸກຄົນ ແລະ ເປັນຕົວຊີ້ວັດດ້ານເສດຖະກິດໂດຍລວມ “ຄຳ” ເປັນເຄື່ອງປະດັບທີ່ໄດ້ຮັບຄວາມນິຍົມ ແລະ ຍັງສາມາດເກັບອອມໄດ້ເພື່ອຄວາມຮັ່ງມີໃນໄລຍະຍາວໄດ້ອີກດ້ວຍ ເຮັດໃຫ້ໃນປັດຈຸບັນການລົງທຶນ “ຄຳ” ຈຶ່ງມີຄົນເລີ່ມຫັນມາສົນໃຈຫຼາຍຂຶ້ນ ສຳລັບຜູ້ທີ່ກຳລັງເລີ່ມລົງທຶນ “ຄຳ”

Kokkok PAY ຈະມາແນະນຳສິ່ງທີ່ທຸກທ່ານຄວນຈະຄຳນຶງເຖິງ ຫາກຄິດທີ່ຈະເລີ່ມລົງທຶນທອງຄຳມາຝາກກັນ

ສິ່ງທີ່ຄວນນຶກເຖິງ ກ່ອນເລີ່ມການລົງທຶນຄຳ

1. ຄ່າເງິນໂດລາ
ເນື່ອງຈາກເງິນໂດລາເປັນສະກຸນເງິນທີ່ມີການໃຊ້ກັນຫຼາຍ ແລະ ເປັນສື່ກາງໃນການຊື້ຂາຍ ເຮັດໃຫ້ຄ່າເງິນໂດລາມີຄວາມຜັນຜວນກັບລາຄາຄຳ ການທີ່ຄ່າເງິນໂດລາອ່ອນຄ່າ ສົ່ງຜົນດີກັບລາຄາ “ຄຳ” ເຊິ່ງເປັນສິນຊັບປອດໄພທີ່ສາມາດເກັບມູນຄ່າເຮັດໃຫ້ກະແສເງິນຂອງແຕ່ລະປະເທດຕ່າງໄຫຼເຂົ້າມາສູ່ “ຄຳ” ສົ່ງຜົນໃຫ້ “ຄຳ” ມີລາຄາເພີ່ມສູງຂຶ້ນ ໃນທາງກົງກັນຂ້າມຫາກເງິນໂດລາແຂງຄ່າ ຈະສົ່ງຜົນຕໍ່ລາຄາຄຳ ໂດຍນັກລົງທຶນຈະຫັນມາໃຊ້ຈ່າຍ ຫຼື ລົງທຶນໃນສະກຸນເງິນໂດລາແທນ
2. ເງິນເຟີ້
“ຄຳ” ເປັນສິນຊັບທີ່ປ້ອງກັນເງິນເຟີ້ໄດ້ ລາຄາ”ຄຳ” ຈຶ່ງມັກໄປໃນທິດທາງດຽວກັບອັດຕາເງິນເຟີ້ ຫາກອັດຕາເງິນເຟີ້ເພີ່ມສູງຂຶ້ນ ເງິນລົງທຶນຈະໄຫຼເຂົ້າຊື້ຄຳເພີ່ມຫຼາຍຂຶ້ນເພື່ອປ້ອງກັນຄວາມສ່ຽງຈາກການລົດລົງຂອງມູນຄ່າເງິນ ຈາກເງິນເຟີ້ທີ່ສູງຂຶ້ນ ເມື່ອຄຳເປັນທີ່ຕ້ອງການ ລາຄາກໍ່ປັບຕົວສູງຂຶ້ນ
3. ພາວະສົງຄາມ ຫຼື ຄວາມສ່ຽງທາງພູມສາດການເມືອງ
ໃນຊ່ວງທີ່ເກີດພາວະສົງຄາມໃນຫຼາຍປະເທດຈະເຮັດການພິມເງິນເຂົ້າສູ່ລະບົບເປັນຈຳນວນຫຼາຍ ເພື່ອໃຊ້ເປັນທຶນໃນການເຮັດສົງຄາມສົ່ງຜົນໃຫ້ໃນຊ່ວງພາວະສົງຄາມເກີດພາວະເງິນເຟີ້ທີ່ສູງຫຼາຍ ແລະ ຄຳຈະໄດ້ຮັບປະໂຫຍດ ສຳລັບປັດໄຈນີ້ຜູ້ລົງທຶນ ຫຼື ຜູ້ຊື້ຄຳອາດຈະຕ້ອງຕິດຕາມຂ່າວສານທົ່ວໂລກຢ່າງໃກ້ຊິດ
4. ທຸກເທສະການຕ່າງໆ
ໃນບາງຊ່ວງເວລາໃນແຕ່ລະປີຈະມີເທສະການສຳຄັນທີ່ຄົນຈຳນວນຫຼາຍຕ້ອງການຊື້ຄຳຫຼາຍຂຶ້ນ ຍິ່ງຫາກຄວາມຕ້ອງການໃນການຊື້ຄຳຫຼາຍ ລາຄາຂອງຄຳກໍ່ຈະສູງຂຶ້ນເຊັ່ນກັນ


#KokkokPAY #ເງິນເຟີ້ #ຄ່າເງິນໂດລາ #ການລົງທຶນຄຳ

ສາມາດດາວໂຫຼດ ແອັບ KokkokPAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ