ສັນຍານອັນຕະລາຍໃນການເກີດໜີ້

ສຳລັບໃຜທີ່ມີເປົ້າໝາຍການເງິນທີ່ຍັງບໍ່ຊັດເຈນ ແລະ ກຳລັງຄິດວ່າສະພາວະການເງິນບໍ່ຄ່ອຍດີເທົ່າໃດ ໃຫ້ລອງເຊັກເບິ່ງສັນຍານທີ່ເປັນອັນຕະລາຍຂອງການເກີດໜີ້ວ່າມີຢູ່ ຫຼື ບໍ່ ສັນຍານອັນຕະລາຍຈະມີແບບໃດແດ່ນັ້ນມາເບິ່ງກັນເລີຍ

ສັນຍານອັນຕະລາຍໃນການເກີດໜີ້

1. ເລີ່ມຈື່ບໍ່ໄດ້ວ່າປັດຈຸບັນມີໜີ້ຢູ່ເທົ່າໃດ
ເມື່ອເຈົ້າມີເວລາແລ້ວ ລອງມານັ່ງຄິດດານໃຊ້ເງິນຂອງເຈົ້າເບິ່ງວ່າ ໃຊ້ໄປເທົ່າໃດແລ້ວ ຖ້າເຈົ້າຄິດບໍ່ອອກນັ້ນເປັນເພາະວ່າຈຳນວນເງິນມັນສູງຈົນນັບບໍ່ຖ້ວນ ຫຼື ເຈົ້າຈົງໃຈລືມ ເພາະມັນຫຼາຍເກີນກວ່າທີ່ເຈົ້າຈະສາມາດຮັບຜິດຊອບໄດ້ ອາດເຮັດໃຫ້ບໍ່ທັນລະວັງຕົວ ຫາກກໍ່ໜີ້ສິນຫຼາຍຂຶ້ນ

2. ເງິນເລີ່ມຊ໋ອດ ຈົນຕ້ອງກູ້ມາໃຊ້ໜີ້
ຊ໋ອດ ເປັນຄຳຄຸ້ນເຄີຍຂອງຄົນທີ່ຕົກຢູ່ກັບວັງວົນຂອງໜີ້ຈົນເງິນຂາດມື ຖ້າເລີ່ມຈະຢືມເງິນມາຈ່າຍໜີ້ເມື່ອໃດ ເປັນສັນຍານອັນຕະລາຍ ມັນເປັນພຽງການໜີບັນຫາສະເພາະໜ້າ ຫາກເປັນແບບນີ້ຫຼາຍງວດເຂົ້າ ບັນຊີໜີ້ສິນຂອງເຈົ້າກໍ່ບໍ່ໄດ້ຫຼຸດໜ້ອຍຖອຍລົງເລີຍ ແຕ່ເປັນການປ່ຽນເຈົ້າໜີ້ໄປເລື້ອຍໆເທົ່ານັ້ນ ກ້ອນໜີ້ຂອງເຈົ້າກໍ່ຈະຫຼາຍຂຶ້ນເລື້ອຍໆແບບບໍ່ຮູ້ຈົບ
3. ຕ້ອງໃຊ້ເງິນຫຼາຍກວ່າ 45% ຂອງລາຍໄດ້ເພື່ອໃຊ້ໜີ້
ເງິນເດືອນເຂົ້າ ຕ້ອງຈ່າຍອອກໄປຫຼາຍກວ່າ 45% ຂອງເງິນທີ່ມີ ປົກກະຕິເຮົາບໍ່ຄວນມີໜີ້ເກີນ 40% ຂອງລາຍໄດ້ ຫາກເລີ່ມເກີນກວ່ານັ້ນເປັນສັນຍານວ່າກຳລັງຢືນຢູ່ປາກເຫວຂອງກັບດັກໜີ້ ເຈົ້າກຳລັງມີໜີ້ຫຼາຍຂຶ້ນແລ້ວຕ້ອງລະວັງຕົວ

4. ວິຕົກກັງວົນ ແລະ ຢ້ານການຖືກທວງໜີ້
ເລີ່ມຫວາດລະແວງເບີແປກໆ ຫຼື ຢ້ານການພົບປະກັບຄົນແປກໜ້າ ເພາະຢ້ານຈະຖືກທວງໜີ້ ຖ້າຮຸ້ສຶກແບບນີ້ ແປວ່າສະຖານະການຂອງເຈົ້າ ມີໂອກາດສູງທີ່ຈະຈ່າຍຄືນບໍ່ໄຫວ

5. ບໍ່ກ້າ ແລະ ບໍ່ຢາກໃຫ້ຄົນໃນຄອບຄົວຮູ້
ສັນຍານວ່າພາວະໜີ້ຂອງເຈົ້າເລີ່ມວິກິດຈົນບໍ່ຢາກໃຫ້ຄົນໃນຄອບຄົວຮູ້ ເລີ່ມມີຄວາມຄຽດຈົນບໍ່ກ້າບອກໃຜ ເພາະຢ້ານຖືກຕຳໜິ ເປັນສັນຍານເຕືອນວ່າເຈົ້າມີໜີ້ຫຼາຍເກີນຕົວ

ການມີໜີ້ສິນບໍ່ມີຄວາມສຸກແນ່ນອນ ຫາກບໍ່ຕ້ອງການຢູ່ກັບໜີ້ສິນໄປຕະຫຼອດຊີິວິດ ທາງອອກງ່າຍໆຄື ມີວິໄນທາງດ້ານການເງິນ ຮູ້ຈັກເກັບ ຮູ້ຈັກໃຊ້ ຮູ້ຈັກພໍ ຖ້າເຮັດໄດ້ຊີວິດຈະປອດໜີ້ ແລະ ມີຄວາມສຸກ ຖ້າບໍ່ຢາກໃຫ້ເກີດສັນຍານອັນຕະລາຍຂອງການເກີດໜີ້ສິນກໍ່ຢ່າປະມາດໃນການໃຊ້ເງິນນັ້ນເອງ

#KokkokPAY #ສັນຍານອັນຕະລາຍໃນການເກີດໜີ້ #ສັນຍານອັນຕະລາຍ
ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ