ເທັກນິກການອອມເງິນແບບ 6 JARS

ການອອມເງິນນັ້ນຍາກ ຢາກອອມເງິນຕ້ອງເຮັດແບບໃດ ຢາກໄດ້ວິທີອອມເງິນແບບໃໝ່ໆ ຫາກໃຜທີ່ກຳລັງຄິດຈະອອມເງິນ Kokkok PAY ມີເທັກນິກການອອມເງິນແບບ 6 JARS ມາຝາກກັນ

SIX JARS ຄື: ວິທີການຈັດສັນເງິນຢ່າງໜຶ່ງ ດ້ວຍການປຽບທຽບການຈັດສັນເງິນກັບໂຖ 6 ໜ່ວຍ ປຽບເໝືອນເງິນທີ່ເຮົາມີຄືນ້ຳ ທີ່ຈະແບ່ງໃສ່ໃນໂຖ ແຕ່ລະໂຖເກັບໄວ້ເພື່ອວັດຖຸປະສົງຕ່າງໆກັນ ທິດສະດີ SIX JARS ມາຈາກນັກການເງິນລະດັບໂລກ T-Harv eker ຖືວ່າເປັນວິທີເລີ່ມເກັບອອມທີ່ຫຼາຍໆຄົນເລືອກໃຊ້

6 JARS ຫຼື ທິດສະດີ 6 JARS ຄືການແບ່ງເງິນທີ່ໄດ້ ແບ່ງອອກເປັນ 6 ໂຖໄດ້ດັ່ງນີ້

ເທັກນິກການອອມເງິນແບບ 6 JARS

• ໂຖທີ 1 ເປັນໂຖໄລຍະຍາວ 10%
ໂຖນີ້ຄວນຫັກອອກຈາກເງິນເດືອນທັງໝົດເປັນໂຖທຳອິດ ເພາະຫາກເຮົາມີບັນຫາຫຍັງ ຫຼື ມີລາຍຈ່າຍຈຳເປັນນອກເໜືອຮາຍລາຍອື່ນ ເຮົາຈະໄດ້ມີເງິນໄວ້ໃຊ້ ບໍ່ຕ້ອງລຳບາກໄປກູ້ໜີ້ຢືມສິນໃຜ ຫຼື ເກັບໄວ້ໃຊ້ໃນຍາມທີ່ເຮົາກະສຽນກໍ່ໄດ້

• ໂຖທີ 2 ເປັນໂຖເພື່ອລາຍຈ່າຍປະຈຳວັນ 55%
ເປັນໂຖທີ່ເຮົາກັບໄວ້ເພື່ອໃຊ້ຈ່າຍໃນຊີວິດປະຈຳວັນທັງໝົດເຊັ່ນ: ຄ່າອາຫານ, ຄ່ານ້ຳ, ຄ່າໄຟ, ຄ່າໂທລະສັບ ຫຼື ບິນໃຊ້ຈ່າຍຕ່າງໆ ລວມໄປເຖິງຄ່າບໍລິການສາທາລະນະທັງໝົດ

• ໂຖທີ 3 ເປັນໂຖເພື່ອການລົງທຶນ 10%
ການລົງທຶນເປັນສິ່ງສຳຄັນ ບໍ່ວ່າຈະເປັນ ກອງທຶນ, ຫຸ້ນ, ເງິນຝາກດອກເບ້ຍສູງໆ, ປະກັນສະສົມຊັບ ຫຼື ຊື້ສິນຊັບເກັງກຳໄລ ເປັນຕົ້ນ

• ໂຖທີ 4ເປັນໂຖ ເພື່ອການສຶກສາ 10%
ໂຖນີ້ເປັນຕົ້ນທຶນໃນການພັດທະນາ ບໍ່ວ່າຈະເປັນນັກຮຽນ, ນັກສຶກສາ ຫຼື ໄວເຮັດວຽກ ເຮົາບໍ່ຄວນຢຸດການຮຽນຮຸ້ເປັນອັນຂາດ ແລະ ການລົງທຶນເພື່ອການຮຽນຮູ້ກໍ່ເປັນສິ່ງສຳຄັນຫຼາຍ ຮຽນຮູ້ຫຍັງໄດ້ແດ່ເຊັ່ນ: ອາດຈະຊື້ໜັງສື ພັດທະນາຕົວເອງ ຫຼື ເຂົ້າຄອສຮຽນພາສາອອນລາຍກໍ່ດີ ເພາະໂລກປັດຈຸບັນມີການປ່ຽນແປງຕະຫຼອດເວລາ

• ໂຖທີ 5 ເປັນໂຖເພື່ອໃຫ້ລາງວັນຕົວເອງ 10%
ເຮັດວຽກມາຢ່າງໜັກ ທຸ່ມເທເກັບເງິນ ການໃຫ້ລາງວັນກັບຕົວເອງກໍ່ຈະຊ່ວຍໃຫ້ມີກຳລັງໃຈໃນການເກັບເງິນມີຫຼາຍຂຶ້ນແນ່ນອນ ໂດຍເງິນສ່ວນນີ້ເຮົາຈະເອົາໄປເຮັດຫຍັງກໍ່ໄດ້ໃນສິ່ງທີ່ເຮົາຢາກເຮັດ ຄືເງິນສ່ວນນີ້ໃຊ້ຈ່າຍໄປໂດຍບໍ່ຕ້ອງມາຮູ້ສຶກຜິດ

• ໂຖທີ 6 ເປັນໂຖເພື່ອການແບ່ງປັນ 5%
ໂຖສຸດທ້າຍມີໄວ້ເພື່ອແບ່ງປັນສັງຄົມ ສ່ວນນີ້ໝາຍເຖິງການໃຫ້ ຫຼື ການບໍລິຈາກ ອາດຈະບໍລິຈາກເພື່ອທຶນການສຶກສາສຳລັບຜູ້ດ້ອຍໂອກາດ ຄວນມີການແບ່ງປັນໃຫ້ກັບຄົນທີ່ລຳບາກ ຫຼື ມີໂອກາດໜ້ອຍກວ່າເຮົາ ເພື່ອໃຫ້ສັງຄົນໜ້າຢູ່ຂຶ້ນເຊັ່ນ: ການບໍລິຈາກຕ່າງໆ ຫຼື ອາດເປັນການຊື້ຂອງຂັວນໃຫ້ກັບໝູ່ໃນໂອກາດວັນສຳຄັນຄື ວັນເກີດ ຫຼື ມື້ແຕ່ງດອງເປັນຕົ້ນ

ການແບ່ງເງິນທຶນໃນໂຖທັງ 6 ຂອງແຕ່ລະຄົນຈະເປັນແບບໃດກໍ່ຂຶ້ນຢູ່ກັບແຕ່ລະບຸກຄົນ ຫາກເຮົາມີການວາງແຜນທີ່ດີ ຮັບຮອງວ່າຈະມີເງິນເກັບອອມຕາມເປົ້າໝາຍແນ່ນອນ
——————————-
#KokkokPAY #6JARS #ເທັກນິກການອອມເງິນແບບ6JARS #ເທັກນິກການອອມເງິນ
ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ