ມາຮູ້ຈັກ Shopping Therapy ກັນ

ເຄີຍຫຼືບໍ່ ຊ່ວງເວລາທີ່ໄດ້ເບິ່ງ ເລືອກ ລອງ ຫຼື ຈັບຂອງໃສ່ລໍ້ ແລ້ວໄດ້ໃຊ້ເງິນໃນກະເປົາໄປກັບການຊື້ຂອງທີ່ຕ້ອງການ ບາງທີອາດຈະເປັນຂອງທີ່ບໍ່ຈຳເປັນ ໃນຊ່ວງເວລາຄຽດໆ ຫຼື ມີຄວາມທຸກຢູ່ນັ້ນ ເປັນຊ່ວງເວລາທີ່ສ້າງຄວາມສຸກ ຫຼຸດຄວາມຄຽດ ແລະ ຜ່ອນຄາຍໄດ້ດີ ເຮັດໃຫ້ຮູ້ສຶກດີຂຶ້ນ ອາການຊ໊ອບເພື່ອຄາຍຄວາມຄຽດທີ່ວ່າບໍ່ແມ່ນເລື່ອງແປກ ຫຼື ຜິດປົກກະຕິແຕ່ຢ່າງໃດ

ແຕ່ສິ່ງທີ່ເອີ້ນວ່າ Retail Therapy ບຳບັດຄວາມຄຽດ ດ້ວຍການ Shopping ຈະຊ່ວຍໃຫ້ຫາຍຈາກຄວາມຄຽດໄດ້ແທ້ຫຼືບໍ່? ແລ້ວຄຳວ່າ Shopping Therapy ຄືຫຍັງ? ມື້ນີ້ Kokkok PAY ຈະມາພາມາຮູ້ຈັກກັບຄຳວ່າ Retail Therapy

ມາຮູ້ຈັກ Shopping Therapy ກັນ

• Shopping Therapy
ຖ້າຫາກແປຕາມຄຳສັບທີ່ຕົງຕົວ Retail ຄືການຊື້, Therapy ຄືການບຳບັດ ຖ້າແປເປັນພາສາທີ່ເຂົ້າໃຈຄື ບຳບັດຄວາມຄຽດ ດ້ວຍການ Shopping ນັ້ນເອງ

• ບຳບັດຄວາມຄຽດ ດ້ວຍການ Shopping ຄື ການຊື້ຂອງທີ່ຈັບຕ້ອງໄດ້ເພື່ອແກ້ອາລົມທີ່ມັນຫາຍໄປຄ້າຍກັບການໃຊ້ເງິນຊື້ຂອງມາທົດແທນຄວາມສຸກນັ້ນ

• ການ Shopping ເຮັດໃຫ້ເຮົາຮູ້ສຶກດີຂຶ້ນແບບໃດ?
ແນ່ນອນວ່າ ຫຼາຍຄົນອາດຈະຄິດວ່າ ການບຳບັດຄວາມຄຽດດ້ວຍວິທີການ Shopping ເປັນເລື່ອງສິ້ນເປືອງ ແຕ່ທີ່ຈິງແລ້ວເບື້ອງລຶກດ້ານຈິດຕະວິທະຍາມີຫຼາຍກວ່າທີ່ຄິດ ການ Shopping ນັ້ນຈະຊ່ວຍໃຫ້ເຮົາຮູ້ສຶກມີອຳນາດທີ່ສາມາດຄວບຄຸມໄດ້ ເພາະສະນັ້ນການເລືອກຊື້ສິນຄ້າ ຈຶ່ງສາມາດຄືນຄວາມຮູ້ສຶກການຄວບຄຸມຊີວິດກັບມາໃຫ້ເຮົາໄດ້ ແລະ ຍັງເຮັດໃຫ້ເຮົາຄວບຄຸມຊີວິດໄດ້ຢ່າງມີປະສິດທິພາບຫຼາຍກວ່າການໄປຊື້ຂອງ ຜົນຈາກການສຶກສາຄາດວ່າ ການໃຫ້ລາງວັນຕົວເອງດ້ວຍການຊ໊ອບ ຈະສົ່ງຜົນໃຫ້ຮ່າງກາຍປ່ອຍຮໍໂມນ “ໂດປາມີນ” ໃນສະໝອງ ເຊິ່ງເຮັດໃຫ້ຮູ້ສຶກດີ ແລະ ເກີດພະລັງງານບວກ ລວມໄປເຖິງດຶງສະມາທິເຮົາໃຫ້ຫຼຸດອອກຈາກເລື່ອງເສົ້າໆໄດ້

ຂໍ້ຄວນລະວັງ
ເມື່ອການຊື້ກາຍເປັນບັນຫາ ແນ່ນອນວ່າມັນສາມາດຕອບໂຈດ ແລະ ໃຫ້ປະໂຫຍດທາງອາລົມກັບເຮົາໄດ້ ແຕ່ໃນທາງກັບກັນກໍ່ສ້າງບັນຫາໄດ້ເຊັ່ນດຽວກັນ
• ເຮັດໃຫ້ເກີດບັນຫາທາງການເງິນ ເມື່ອການ​ Shopping ເຮັດໃຫ້ຄວາມຄຽດຂອງເຮົາຫຼຸດລົງ ແຕ່ເງິນໃນກະເປົາເຮົາກໍ່ຫຼຸດລົງເຊັ່ນກັນ
• ເຮັດໃຫ້ເກີດການເສບຕິດການ Shopping ໂດຍຈະມີລັກສະນະທີ່ເຮົາມີການກຽມຕົວສຳລັບໄປ Shopping ເຊັ່ນ: ຈະໄປໃສ ຕອນໃດ ຂໍ້ມູນສິນຄ້າຕ່າງໆ ຫຼື ການຊື້ຂອງທີ່ເຮົາບໍ່ໄດ້ມັກ ພຽງແຕ່ຮູ້ສຶກວ່າຕ້ອງມີໄວ້ ຂອງມັນຕ້ອງມີ ເຊິ່ງມີການໃຊ້ເວລາ ແລະ ການຈ່າຍເງິນເປັນຈຳນວນຫຼາຍໃນຊ່ວງເວລາໜຶ່ງ
——————————–
#KokkokPAY #ShoppingTherapy #ບຳບັດຄວາມຄຽດດ້ວຍການຊ໊ອບປິງ
ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details

Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ