ຫຸ້ນຄືຫຍັງ? ມາທຳຄວາມເຂົ້າໃຈກັນດີກວ່າ

ຫຼາຍໆຄົນອາດຈະໄດ້ຍິນຄຳວ່າ “ຫຸ້ນ” ຢູ່ຫຼາຍຄັ້ງ ຈຶ່ງເກີດຄວາມສົງໄສວ່າຫຸ້ນຄືຫຍັງ? ແລະ ຈະມີຫຸ້ນຈັກແບບ ມື້ນີ້ Kokkok PAY ມີຄວາມໝາຍຂອງຄຳວ່າ “ຫຸ້ນ” ພ້ອມຕົວຢ່າງມາຝາກກັນ ເພື່ອຈະໄດ້ເຫັນພາບໄດ້ງ່າຍຂຶ້ນ

ຫຸ້ນຄື ການເປັນເຈົ້າຂອງທຸລະກິດຮ່ວມກັນ ໃຜມີຫຸ້ນໃນບໍລິສັດຫຼາຍ ກໍ່ມີຄວາມເປັນເຈົ້າຂອງຫຼາຍ ດັ່ງນັ້ນ ຖ້າບໍລິສັດດຳເນີນໄປໄດ້ດີ ເຮົາກໍ່ຈະມີກຳໄລ ແຕ່ຖ້າບໍລິສັດມີບັນຫາ ເຮົາກໍ່ຂາດທຶນໄດ້ເຊັ່ນກັນ ຫຸ້ນຈຶ່ງເປັນການລົງທຶນທີ່ມີຄວາມສ່ຽງຂ້ອນຂ້າງສູງ ແຕ່ກໍ່ເປັນທາງເລືອກທີ່ມີໂອກາດໄດ້ຮັບຜົນຕອບແທນສູງເຊັ່ນກັນ

ຜົນຕອບແທນຈະການຖືຄອງຫຸ້ນໂດຍທົ່ວໄປຈະໄດ້ຮັບ 2 ຮູບແບບຫຼັກຄື:
1. ສ່ວນຕ່າງລາຄາ
ຜົນຕອບແທນສ່ວນນີ້ຈະເກີດຈາກທີ່ເຮົາຊື້ມາໃນຕອນທີ່ລາຄາຖືກ ແລະ ສາມາດຂາຍໄດ້ແພງກວ່າລາຄາທີ່ຊື້ມາ ກໍ່ຈະເກີດເປັນຜົນກຳໄລ ແຕ່ຖ້າລາຄາທີ່ຊື້ມາຖືກກວ່າລາຄາທີ່ຂາຍ ກໍ່ຈະເກີດເປັນຜົນຂາດທຶນ

2. ເງິນປັນຜົນ
ຜົນຕອບແທນສ່ວນນີ້ຈະເປັນສ່ວນແບ່ງຈາກກຳໄລຂອງບໍລິສັດທີ່ເຮັດໄດ້ ຕາມນະໂຍບາຍຂອງບໍລິສັດ ເຊິ່ງເງິນປັນຜົນບໍລິສັດຈະຈ່າຍ ຫຼື ບໍ່ຈ່າຍກໍ່ໄດ້ ຂຶ້ນຢູ່ກັບນະໂຍບາຍຂອງບໍລິສັດ ແຕ່ການທີ່ບໍລິສັດບໍ່ຈ່າຍເງິນປັນຜົນ ບໍລິສັດກໍ່ຈະມີເງິນສົດນຳກັບໄປລົງທຶນຂະຫຍາຍກິດຈະການເພີ່ມເຕີມ ເຊິ່ງຜົນກຳໄລນັ້ນຈະສະທ້ອນຢູ່ໃນລາຄາຂອງຫຸ້ນ ຫຼື ກຳໄລຈາກສ່ວນຕ່າງລາຄາແທນ

ສາມາດດາວໂຫຼດ ແອັບ Kokkok PAY ໄດ້ແລ້ວທີ່:
The Kokok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details
Facebook : https://www.facebook.com/kokkokpay
tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ