ເຮັດແບບໃດຈຶ່ງຈະໝົດໜີ້ ແລ້ວມີວິທີໃດແດ່?

ເຄີຍຮູ້ບໍ່…ເມື່ອກຳລັງເປັນໜີ້ເຮົາຈະຮູ້ສຶກວ່າມີພາລະຜູກຕິດຢູ່ກັບເຮົາຕະຫຼອດເວລາ ແຕ່ເຮົາສາມາດເອົາໜີ້ເຫຼົ່ານັ້ນອອກຈາກຊີວິດຂອງເຮົາໄດ້ 

ເຮັດແບບໃດຈຶ່ງຈະໝົດໜີ້ ແລ້ວມີວິທີໃດແດ່?
ເຮັດແບບໃດຈຶ່ງຈະໝົດໜີ້ ແລ້ວມີວິທີໃດແດ່?

ມື້ນີ້ Kokkok PAY ມີວິທີປົດໜີ້ ດ້ວຍວິທີສຸດເຈັງມາຝາກກັນ

  1. ວາງແຜນການຊຳລະໜີ້ ແລະ ຈັດການເງິນໃຫ້ດີ
    ວາງແຜນເພື່ອໃຊ້ໜີ້ກ່ອນເລີຍ ຈັດສັນເງິນໃນແຕ່ລະເດືອນໃຫ້ດີ
  2. ສຳຫຼວດເບິ່ງຍອດໜີ້ ແລະ ໄລຍະເວລາເວລາການຊຳລະໜີ້
    ຄຳນວນວ່າມີໜີ້ເທົ່າໃດ ມີໄລຍະການຊຳລະໜີ້ດົນເທົ່າໃດ ເພື່ອຈະໄດ້ວາງແຜນຈ່າຍໜີ້ໄດ້ໂດຍບໍ່ຫຼ້າຊ້າ
  3. ຂາຍຊັບສິນທີ່ມີມູນຄ່າ ແຕ່ເປັນຊັບສິນທີ່ບໍ່ຈຳເປັນ
    ການທີ່ຈະໄດ້ເງິນມາໃຊ້ໜີ້ໄດ້ໄວທີ່ສຸດຄື ການຂາຍສົມບັດ ຫຼື ຊັບສິນທີ່ມີມາຊຳລະໜີ້
  4. ຫາລາຍໄດ້ເພີ່ມ ເພື່ອນຳເງິນໄປຊຳລະໜີ້
    ຫາລາຍໄດ້ຊ່ອງທາງອື່ນເພື່ອເພີ່ມລາຍຮັບທາງການເງິນ ຈະໄດ້ມີເງິນຊຳລະໜີ້ດ້ວຍ
  5. ເລີ່ມຈ່າຍໜີ້ທີ່ມີດອກເບ້ຍສູງກ່ອນ
    ຖ້າເຮົາມີໜີ້ຫຼາຍລາຍການ ແນະນຳໃຫ້ຊຳລະໜີ້ທີ່ມີອັດຕາດອກເບ້ຍແພງທີ່ສຸດກ່ອນ ເພາະອັດຕາດອກເບ້ຍຂຶ້ນທຸກມື້ ທົບດອກດົນໄປອາດຈະສູງກວ່າເງິນຕົ້ນກໍ່ໄດ້

ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store

https://apps.apple.com/th/app/kokkok-pay/id6444021257

Google Play store

https://play.google.com/store/apps/details


Facebook : https://www.facebook.com/kokkokpay

Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ