ໃຜເປັນສາຍຊັອບແດ່!!! ແຕ່ບາງຄັ້ງຫາກ Shopping ຈົນເພີນ ເງິນໃນກະເປົາອາດຈະຫາຍໄປໝົດຢ່າງແນ່ນອນ
ມື້ນີ້ Kokkok PAY ມີວິທີຊັອບມາຝາກກັນ ເພື່ອໃຫ້ການຊັອບຂອງເຈົ້າໃນຄັ້ງຕໍ່ໄປ ເປັນການຈ່າຍທີ່ແສນຈະຄຸ້ມຄ່າ ແລະ ບໍ່ເກີນງົບທີ່ຕັ້ງໄວ້ ມາເບິ່ງວິທີງ່າຍໆ ນຳເອົາໄປໃຊ້ກັນໄດ້ເລີຍ
![ວິທີ shopping ໃຫ້ສະຫຼາດ](https://pay.kokkoksole.com/wp-content/uploads/2023/03/336356546_168847406010115_7647750351031843001_n-2-1024x1024.jpg)
1. ຢ່າອອກໄປຊັອບເພາະເບື່ອ
ຫາກຮູ້ສຶກເບື່ອ ແລ້ວຄິດແຕ່ວ່າຢາກອອກໄປຊັອບແຕ່ຢ່າງດຽວ ຂໍເຕືອນໄວ້ເລີຍວ່າ ອາດຈະຕ້ອງເສຍເງິນໂດຍບໍ່ຈຳເປັນ ແລະ ຍັງເຮັດໃຫ້ບໍ່ຮູ້ຕົວເພາະຈ່າຍໄປແບບເບີໆ ມາຮູ້ໂຕອີກຄັັ້ງກໍ່ເງິນໝົດກະເປົາໄປແລ້ວ ຖ້າເວລາເບື່ອບໍ່ຮູ້ຈະເຮັດຫຍັງ ລອງປ່ຽນມາເຮັດກິດຈະກຳແບບບໍ່ເສຍເງິນຈະດີກວ່າ
2. ຫາກລັງເລ ກໍ່ລ່ຽງການຊື້
ຫາກເກີດອາການລັງເລທີ່ຈະຊື້ເຄື່ອງຂຶ້ນມາ ກໍ່ແນະນຳໃຫ້ຮີບຍ່າງໜີອອກຈາກຈຸດນັ້ນທັນທີ ຢ່າໄປເສຍດາຍ ບາງທີມາຄິດທົບທວນດີໆ ເຈົ້າອາດຈະດີໃຈທີ່ບໍ່ໄດ້ຊື້ກໍ່ເປັນໄດ້
3. ຢ່າເຫັນແກ່ຂອງແຖມ ຫຼື ຂອງຖືກ
ຄວນເລືອກຊື້ສະເພາະລາຍການສິນຄ້າທີ່ເຈົ້າໄດ້ໃຊ້ເທົ່ານັ້ນ ຢ່າຫຼົງເພີນໄປກັບລາຍການສິນຄ້າໂປຣໂມຊັ່ນທີ່ປົກກະຕິບໍ່ເຄີຍໄດ້ຊື້ ຫຼື ບໍ່ໄດ້ໃຊ້ເດັດຂາດ ບໍ່ດັ່ງນັ້ນເຈົ້າອາດຈະຕ້ອງຈ່າຍເງິນເກີນກວ່າລາຄາທີ່ຕັ້ງງົບໄວ້
4. ຫາຮ້ານຂາຍຂອງມືສອງ
ຮ້ານຂາຍຂອງເກົ່າ ຫຼື ຮ້ານຂາຍສິນຄ້າມືສອງ ກໍ່ອາດຈະມີສິນຄ້າທີ່ເຮົາຕ້ອງການວາງຈຳໜ່າຍຢູ່ ບາງທີສະພາບສິນຄ້າກໍ່ຍັງດີໃກ້ຄຽງກັບຂອງໃໝ່ ທັງປະຢັດ ແລະ ຍັງໄດ້ຊ່ວຍລົດພະລັງງານໃຫ້ໂລກ ທີ່ສຳຄັນມີເງິນເຫຼືອເກັບອີກດ້ວຍ
5. ເລືອກຊື້ເສື້ອຜ້າທີ່ໃສ່ໄດ້ຫຼາຍໂອກາດ
ຫາກຕ້ອງການຊື້ເສື້ອຜ້າຊຸດໃໝ່ ແນະນຳໃຫ້ເຈົ້າສຳຫຼວດເສື້ອຜ້າທີ່ມີຢູ່ໃນຕູ້ກ່ອນ ແຕ່ຖ້າຫາກໄປຊື້ເສື້ອຜ້າໂຕໃໝ່ ຢ່າລືມນຶກເຖິງເສື້ອຜ້າເດີມທີ່ພໍຈະໃສ່ແມັດກັນເປັນຊຸດໃໝ່ໄດ້ດ້ວຍ ຈະໄດ້ໃຊ້ໄດ້ຫຼາຍໂອກາດນັ້ນເອງ
ດັ່ງນັ້ນ ການວາງແຜນລ່ວງໜ້າ ດ້ວຍເທັກນິກນີ້ ກໍ່ເປັນວິທີທີ່ຊ່ວຍເຮົາໄດ້ ຖ້າໃຜເຮັດຕາມວິທີນີ້ ຮັບຮອງວ່າມີເງິນເກັບຢ່າງແນ່ນອນ
ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່:
The Kokkok PAY app is now available for download at:
App store
https://apps.apple.com/th/app/kokkok-pay/id6444021257
Google Play store
https://play.google.com/store/apps/details
Facebook : https://www.facebook.com/kokkokpay
Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc