ວາງແຜນການເງິນສຳລັບຄົນໂສດ

ໃນຍຸກນີ້ຄົນນິຍົມຢູ່ເປັນໂສດກັນຫຼາຍຂຶ້ນ ດ້ວຍປັດໄຈການສະໜັບສະໜຸນການເປັນໂສດທີ່ຫຼາກຫຼາຍ ລວມເຖິງພຶດຕິກຳຂອງຄົນລຸ້ນໃໝ່ທີ່ມັກໃຊ້ຊີວິດໃນແບບທີ່ຕົວເອງເລືອກ ແລະ ມີຄວາມສຸກ ແບບບໍ່ມີພາລະ ຫຼື ຄວາມກັງວົນ

ວາງແຜນການເງິນສຳລັບຄົນໂສດ


ເລື່ອງການເງິນເປັນອີກເລື່ອງທີ່ຄົນໂສດຈະຕ້ອງເບິ່ງແຍງຕົວເອງ ໂດຍປັດໃຈທີ່ຕ້ອງຄຳນຶງໃນການວາງແຜນການເງິນ 
ມື້ນີ້ Kokkok PAY ມີວິທີການວາງແຜນການເງິນສຳລັບຄົນໂສດມາຝາກກັນ

1. ບໍ່ສ້າງໜີ້ໂດຍບໍ່ຈຳເປັນ
ການສ້າງໜີ້ ຫຼື ການສ້າງພາລະໃນການຈັດການເງິນຂອງເຮົາ ແຕ່ຖ້າຈຳເປັນຕ້ອງເປັນໜີ້ ກໍ່ຄວນຫຼຸດສັດສ່ວນຈາກການໃຊ້ຈ່າຍລົງແທນ ເພື່ອໃຫ້ພາລະໜີ້ ແລະ ຄ່າໃຊ້ຈ່າຍລວມກັນແລ້ວບໍ່ຫຼາຍເກີນໄປ

2. ແບ່ງການໃຊ້ຈ່າຍສາມສ່ວນ “ອອມ-ໃຊ້ຈ່າຍ-ລົງທຶນ
– ແບ່ງເງິນອອມ: ເງິນໃນສ່ວນນີ້ອາດຈະຕ້ອງຕັດໃຈຫັກເຂົ້າບັນຊີເກັບທັນທີ ເມື່ອໄດ້ຮັບເງິນເດືອນ
– ເງິນສຳລັບໃຊ້ຈ່າຍ: ເງິນໃຊ້ຊີວິດປະຈຳວັນ ລວມເຖິງເງິນທີ່ເກັບໄວ້ໃນຍາມຈຳເປັນເຊັ່ນ: ຄ່າອາຫານ, ຄ່າລົດ, ຄ່ານ້ຳມັນ ແລະ ອື່ນໆ… ເຮົາຈະຮູ້ຕົວເອງແລ້ວວ່າໃຊ້ປະມານເທົ່າໃດ ໃຫ້ແຍກອອກມາ ວາງແຜນການໃຊ້ໃຫ້ພໍດີ
– ເງິນລົງທຶນ: ລົງທຶນກັບການລົງທຶນໃນຮູບແບບຕ່າງໆ ເພື່ອເພີ່ມມູນຄ່າເງິນຈາກເງິນທີ່ມີຢູ່ໃຫ້ເພີ່ມມູນຄ່າຂຶ້ນ

3. ຊື້ປະກັນແບບຕ່າງໆ ເປັນຜຸ້ຊ່ວຍແບ່ງເບົາຍາມລຳບາກ
ປະກັນໃນທີ່ນີ້ ບໍ່ແມ່ນປະກັນຊີວິດ ແຕ່ລວມເຖິງປະກັນສຸຂະພາບ ແລະ ປະກັນອຸບັດຕິເຫດດ້ວຍ ຄວນຈະມີເອົາໄວ້ໃຫ້ຄົບ ເພື່ອປ້ອງກັນບໍ່ໃຫ້ມີບັນຫາທາງການເງິນ

4. ວາງແຜນເງິນບຳນານ
ການວາງແຜນເງິນບຳນານດ້ວຍຕົວເອງ ເພື່ອບໍ່ໃຫ້ເກີດບັນຫາ ແລະ ມີຄວາມກັງວົນ ຈົນບໍ່ມີຄວາມສຸກ ຄຳນວນວ່າເຮົາຕ້ອງໃຊ້ເງິນຕໍ່ເດືອນປະມານເທົ່າໃດ ເພື່ອທີ່ຈະໄດ້ເລີ່ມວາງແຜນເກັບເງິນໃຫ້ພໍໃຊ້ຈ່າຍຈົນເຖິງມື້ນັ້ນ

5. “ເງິນພິເສດ” ເພື່ອໃຫ້ລາງວັນຕົວເອງ
ການເກັບເງິນພິເສດເພື່ອເປັນລາງວັນໃຫ້ຊີວິດ ເພື່ອຊື້ຄວາມສຸກໃຫ້ຕົວເອງເຊັ່ນ: ການອອກໄປທ່ຽວ, ພັກຜ່ອນ, ເປີດໂລກກວ້າງ ແລະ ສ້າງແຮງບັນດານໃຈໃຫ້ຕົວເອງ

ສາມາດດາວໂຫຼດ ແອັບ Kokkok Pay ໄດ້ແລ້ວທີ່:

The Kokkok PAY app is now available for download at:

App store

https://apps.apple.com/th/app/kokkok-pay/id6444021257

Google Play store

https://play.google.com/store/apps/details

Facebook : https://www.facebook.com/kokkokpay

Tiktok : https://www.tiktok.com/@kokkokpay?is_from_webapp=1&sender_device=pc

ບົດຄວາມ ເພີ່ມເຕີມ